Lao PT

ກອງປະຊຸມວິຊາການ ຮູບແບບທາງໄກ ເພື່ອເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ແລະ ປຶກສາຫາລືການໃຫ້ບໍລິການປະກັນໄພສຸຂະພາບສຳລັບແຮງງານຕ່າງປະເທດ

ກອງປະຊຸມວິຊາການ ຮູບແບບທາງໄກ ເພື່ອເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ແລະ ປຶກສາຫາລືການໃຫ້ບໍລິການປະກັນໄພສຸຂະພາບສຳລັບແຮງງານຕ່າງປະເທດ ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ກົມຄຸ້ມຄອງແຮງງານ, ກະຊວງ ຮສສ ແລະ ບໍລິສັດທະວີຊັບ ໂບຣກເກີປະກັນໄພ ຈຳກັດຜູ້ດຽວ (ບໍລິສັດໃນເຄືອຂອງກຸ່ມບໍລິສັດທະວີຊັບ) ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມວິຊາການ ຮູບແບບທາງໄກ ເພື່ອເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ແລະ ປຶກສາຫາລືການໃຫ້ບໍລິການປະກັນໄພສຸຂະພາບສຳລັບແຮງງານຕ່າງປະເທດໃນຊ່ວງກ່ອນການເຂົ້າ ຫຼື ເກີດສິດຂອງປະກັນສັງຄົມ, ຢູ່ສູນກາງແມ່ນເປັນປະທານໂດຍ ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ, ມີຄະນະພະແນກ ຮສສ ບັນດາແຂວງ ນະຄອນຫຼວງວຽງຈັນ, ຜູ້ອຳນວຍການກຸ່ມບໍລິສັດທະວີຊັບ, ຄະນະພະແນກຄຸ້ມຄອງແຮງງານ ແລະ ພະນັກງານທີ່ຮັບຜິດຊອບວຽກຕົວຈິງ ຂອງແຕ່ລະພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ແລກປ່ຽນບົດຮຽນ ຢ່າງກົງໄປ-ກົງມາ ເຊິ່ງເປັນຂີດໝາຍຂອງຄວາມສໍາເລັດ ແລະ ເປັນການກຽມຄວາມພ້ອມຮອບດ້ານ ກ່ອນການເປີດໃຫ້ບໍລິການປະກັນໄພສຸຂະພາບສໍາລັບແຮງງານຕ່າງປະເທດ ຢູ່ບັນດາພະແນກ ຮສສ ແຂວງໃນຂອບເຂດທົ່ວປະເທດ ແລະ ນະຄອນຫຼວງວຽງຈັນ ໃນອະນາຄົດອັນໃກ້ໆນີ້. ຂໍ້ມູນຈາກ: ກຸ່ມບໍລິສັດ ທະວີຊັບ Thavisub …

ກອງປະຊຸມວິຊາການ ຮູບແບບທາງໄກ ເພື່ອເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ແລະ ປຶກສາຫາລືການໃຫ້ບໍລິການປະກັນໄພສຸຂະພາບສຳລັບແຮງງານຕ່າງປະເທດ Read More »

ກອງປະຊຸມເຜີຍແຜ່ ເພື່ອຈັດຕັ້ງປະຕິບັດການບໍລິການ ປະກັນໄພສຸຂະພາບສຳລັງແຮງງານຕ່າງປະເທດ

ໃນວັນທີ 24 ມິຖຸນາ 2026 ນີ້, ໄດ້ມີການຈັດກອງປະຊຸມເຜີຍແຜ່ ເພື່ອຈັດຕັ້ງປະຕິບັດການບໍລິການ ປະກັນໄພສຸຂະພາບສຳລັງແຮງງານຕ່າງປະເທດ ພາຍໃຕ້ໂຄງການຮ່ວມມືລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດທະວີຊັບ ໂບຣກເກີປະກັນໄພ ຈຳກັດຜູ້ດຽວ, ເຊິ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນ ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ.

ມອບເງິນພັນທະ ປະຈຳເດືອນ ກຸມພາ 2026

ໃນວັນທີ 13/03/2026 ບໍລິສັດ ທະວີຊັບ ໂບຣກເກີປະກັນໄພ ຈຳກັດຜູ້ດຽວ ໄດ້ມອບເງິນພັນທະ ປະຈຳເດືອນ ກຸມພາ 2026 ຈໍານວນ 42,200,000 ກີບ ໃຫ້ແກ່ກະຊວງ ປກສ, ຕາງໜ້າຮັບໂດຍກົມໃຫຍ່ພະລາ

ມອບເງິນພັນທະ ປະຈຳເດືອນ ມີນາ 2026

ໃນວັນທີ 24/04/2026 ບໍລິສັດ ທະວີຊັບ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວໄດ້ມອບເງິນພັນທະ ປະຈຳເດືອນ ມີນາ 2026 ຈໍານວນ 75,040,000 ກີບໃຫ້ແກ່ກະຊວງ ປກສ, ຕາງໜ້າຮັບໂດຍກົມໃຫຍ່ພະລາ

ພາບຄອບຄົວ ກຸ່ມບໍລິສັດ ທະວີຊັບ 2026

ພາບຄອບຄົວ ກຸ່ມບໍລິສັດທະວີຊັບ ປີ 2026, ພວກເຮົາຮວບຮວມເອົາບຸກຄະລາກອນທີ່ມີຄວາມສາມາດຫຼາກຫຼາຍ ມາຮ່ວມກັນສ້າງສັນສິ່ງໃໝ່ໆ ພາຍໃຕ້ວິໃສທັດກ້າວສູ່ທັນສະໄໝ ແລະ ເປີດກວ້າງ. ພ້ອມທັງ ມຸ້ງໝັ້ນໃນການພັດທະນາທັງບຸກຄະລາກອນ ແລະ ລະບົບການເຮັດວຽກໃຫ້ທັນກັບຍູກດດີຈີຕອນ ເພື່ອສົ່ງມອບສິ່ງທີ່ດີທີ່ສຸດໃຫ້ກັບທຸກຄົນ.

ພິທີເຊັນສັນຍາ ລະຫວ່າງ ກຸ່ມບໍລິສັດ ທະວິຊັບ ແລະ ບໍລິສັດ ລາວ ເຣດ ເວັບ ອິນເວສເມັ້ນ ເມເນເຈີ້ເມັ່ນ ຈຳກັດຜູ້ດຽວ

ໃນຕອນເຊົ້າຂອງວັນທີ 27 ມີນາ 2023, ທີ່ສຳນັກງານໃຫຍ່ ກຸ່ມບໍລິສັດ ທະວີຊັບ, ໄດ້ມີການຈັດພີທີເຊັນສັນຍາ ໂຄງການຮ່ວມມືພັດທະນາ ບໍລິສັດ ວິສາຫະກິດ ຮັກສາຄວາມປອດໄພ, ລະຫວ່າງ ກຸ່ມບໍລິສັດ ທະວີຊັບ, ຕາງໜ້າໂດຍປະທານ ທ່ານ ສຸກດາລາ ນໍລະແສງ ແລະ ບໍລິສັດ ລາວ ເຣດ ເວັບ ອິນເວສເມັ້ນ ເມເນເຈີ້ເມັ່ນ ຈຳກັດຜູ້ດຽວ, ຕາງໜ້າໂດຍປະທານ ທ່ານ Lu Zhicheng.

ຄວາມຄືບໜ້າໃນການເຄື່ອນໄຫວສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ

ພາບຄວາມຄືບໜ້າໃນການເຄື່ອນໄຫວສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ ຫຼັງຈາກໄດ້ຮັບການຊ່ວຍເຫຼືອ. ຝາກທ່ານຊ່ວຍ ກົດແຊຣ໌ໂພສນີ້ເພື່ອເປັນສ່ວນໜຶ່ງໃນການເຮັດກິດຈະກຳຊ່ວຍເຫຼືອສັງຄົມຄັ້ງຕໍ່ໄປກັບພວກເຮົາ.

ພິທີມອບ-ຮັບ ທຶນສົມທົບການກໍ່ສ້າງສະໜາມກິລາໃນຮົ່ມໃຫ້ກັບ 3 ກົມ

ເພື່ອເປັນການຕ້ອນຮັບວັນຄົບຮອບ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ(5 ເມສາ 1961 – 5 ເມສາ 2023), ໃນຕອນເຊົ້າຂອງວັນທີ 13 ມີນາ 2023, ທີ່ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ, ໄດ້ມີພິທີມອບ-ຮັບ ທຶນສົມທົບການກໍ່ສ້າງສະໜາມກິລາໃນຮົ່ມໃຫ້ກັບ 3 ກົມຄື: ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກົມຄຸ້ມຄອງຄົນຕ່າງປະເທດ ແລະ ກົມຕຳຫຼວດທ່ອງທ່ຽວ. ທ່ານ ສຸກດາລາ ນໍລະແສງ, ປະທານ ກຸ່ມບໍລິສັດ ທະວີຊັບ, ໄດ້ມອບທຶນເປັນເງິນສົດມູນຄ່າ 200.000.000 ກີບ(ສອງຮ້ອຍລ້ານກີບ), ເຊິ່ງຕາງໜ້າເປັນປະທານຮັບມອບໂດຍ ທ່ານ ພັນເອກ ສາຍສະໝິງ ສີວິໄລ, ຫົວໜ້າກົມ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ທ່ານປະທານ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ປະທານ ກຸ່ມບໍລິສັດ ທະວີຊັບ ພ້ອມດ້ວຍທີມງານ ທີ່ມີການປະກອບສ່ວນໃນການຊ່ວຍເຫຼືອກະຊວງປ້ອງກັນຄວາມສະຫງົບຕະຫຼອດມາ.

ພິທີມອບ-ຮັບທຶນຊື້ອຸປະກອນສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ.

ໃນຕອນບ່າຍຂອງວັນທີ 6 ມີນາ 2023, ກຸ່ມບໍລິສັດທະວີຊັບ, ຮ່ວມກັບຜູ້ອຸປະຖຳ ຫຼາຍພາກສ່ວນ, ໄດ້ລົງສະໜາມຈັດພິທີມອບ-ຮັບທຶນຊື້ອຸປະກອນສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ. ພີທີດັ່ງກ່າວ ໃຫ້ກຽດເຂົ້າເປັນປະທານໂດຍ ທ່ານ ວິໄລ ພົມມະຈັກ, ຮອງເລຂາພັກເມືອງເຊບັ້ງໄຟ ແລະ ຮັບໂດຍຜູ້ອຳນວຍການ ໂຮງຮຽນປະຖົມສົມບູນ ຫາດຄຳຮຽງ. ເຊິ່ງໃນການຊ່ວຍເຫຼືອຄັ້ງນີ້, ປະທານ ກຸ່ມບໍລິສັດທະວີຊັບ, ທ່ານ ສຸກດາລາ ນໍລະແສງ ໄດ້ມອບທຶນເປັນເງິນສົດ ຈຳນວນ 22.730.000 ກີບ, ລວມກັບຜູ້ອຸປະຖຳຈາກພາກສ່ວນອື່ນອີກ 9 ພາກສ່ວນ, ລວມເປັນເງິນຈຳນວນ 38.245.000 ກີບ. ຝາກທ່ານຊ່ວຍກົດໄລກ໌ ກົດແຊຣ໌ໂພສນີ້ເພື່ອເປັນສ່ວນໜຶ່ງໃນການເຮັດກິດຈະກຳຊ່ວຍເຫຼືອສັງຄົມຄັ້ງຕໍ່ໄປກັບພວກເຮົາ.

Scroll to Top