Author name: Lao PT

ພິທີມອບ-ຮັບ ທຶນສົມທົບການກໍ່ສ້າງສະໜາມກິລາໃນຮົ່ມໃຫ້ກັບ 3 ກົມ

ເພື່ອເປັນການຕ້ອນຮັບວັນຄົບຮອບ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ(5 ເມສາ 1961 – 5 ເມສາ 2023), ໃນຕອນເຊົ້າຂອງວັນທີ 13 ມີນາ 2023, ທີ່ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ, ໄດ້ມີພິທີມອບ-ຮັບ ທຶນສົມທົບການກໍ່ສ້າງສະໜາມກິລາໃນຮົ່ມໃຫ້ກັບ 3 ກົມຄື: ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກົມຄຸ້ມຄອງຄົນຕ່າງປະເທດ ແລະ ກົມຕຳຫຼວດທ່ອງທ່ຽວ. ທ່ານ ສຸກດາລາ ນໍລະແສງ, ປະທານ ກຸ່ມບໍລິສັດ ທະວີຊັບ, ໄດ້ມອບທຶນເປັນເງິນສົດມູນຄ່າ 200.000.000 ກີບ(ສອງຮ້ອຍລ້ານກີບ), ເຊິ່ງຕາງໜ້າເປັນປະທານຮັບມອບໂດຍ ທ່ານ ພັນເອກ ສາຍສະໝິງ ສີວິໄລ, ຫົວໜ້າກົມ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ທ່ານປະທານ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ປະທານ ກຸ່ມບໍລິສັດ ທະວີຊັບ ພ້ອມດ້ວຍທີມງານ ທີ່ມີການປະກອບສ່ວນໃນການຊ່ວຍເຫຼືອກະຊວງປ້ອງກັນຄວາມສະຫງົບຕະຫຼອດມາ.

ພິທີມອບ-ຮັບທຶນຊື້ອຸປະກອນສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ.

ໃນຕອນບ່າຍຂອງວັນທີ 6 ມີນາ 2023, ກຸ່ມບໍລິສັດທະວີຊັບ, ຮ່ວມກັບຜູ້ອຸປະຖຳ ຫຼາຍພາກສ່ວນ, ໄດ້ລົງສະໜາມຈັດພິທີມອບ-ຮັບທຶນຊື້ອຸປະກອນສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ. ພີທີດັ່ງກ່າວ ໃຫ້ກຽດເຂົ້າເປັນປະທານໂດຍ ທ່ານ ວິໄລ ພົມມະຈັກ, ຮອງເລຂາພັກເມືອງເຊບັ້ງໄຟ ແລະ ຮັບໂດຍຜູ້ອຳນວຍການ ໂຮງຮຽນປະຖົມສົມບູນ ຫາດຄຳຮຽງ. ເຊິ່ງໃນການຊ່ວຍເຫຼືອຄັ້ງນີ້, ປະທານ ກຸ່ມບໍລິສັດທະວີຊັບ, ທ່ານ ສຸກດາລາ ນໍລະແສງ ໄດ້ມອບທຶນເປັນເງິນສົດ ຈຳນວນ 22.730.000 ກີບ, ລວມກັບຜູ້ອຸປະຖຳຈາກພາກສ່ວນອື່ນອີກ 9 ພາກສ່ວນ, ລວມເປັນເງິນຈຳນວນ 38.245.000 ກີບ. ຝາກທ່ານຊ່ວຍກົດໄລກ໌ ກົດແຊຣ໌ໂພສນີ້ເພື່ອເປັນສ່ວນໜຶ່ງໃນການເຮັດກິດຈະກຳຊ່ວຍເຫຼືອສັງຄົມຄັ້ງຕໍ່ໄປກັບພວກເຮົາ.

ພິທີມອບ-ຮັບ ທຶນຊ່ວຍເຫຼືອ ຕິດຕັ້ງລະບົບໂທລະໂຄ່ງ ໃຫ້ກັບ 12 ໝູ່ບ້ານ ໃນເຂດຈຸດສຸມ, ເມືອງສົບເບົ້າ, ແຂວງຫົວພັນ

ໃນຕອນເຊົ້າຂອງວັນທີ 07 ກຸມພາ 2023, ທີ່ກະຊວງປ້ອງກັນຄວາມສະຫງົບ, ໄດ້ມີການຈັດພິທີມອບ-ຮັບ ທຶນຊ່ວຍເຫຼືອ ຕິດຕັ້ງລະບົບໂທລະໂຄ່ງ ໃຫ້ກັບ 12 ໝູ່ບ້ານ ໃນເຂດຈຸດສຸມ, ເມືອງສົບເບົ້າ, ແຂວງຫົວພັນ, ເຊິ່ງໃຫ້ກຽດເປັນປະທານ ໂດຍ ທ່ານ ພົນຕີ ວັນທອງ ກອງມະນີ, ກຳມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ. ເພື່ອເປັນການຊຸກຍູ້ວຽກງານດັ່ງກ່າວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຕາມທິດຊີ້ນຳ ຂອງການນຳພັກ-ລັດ ໃນການເຜີຍແຜ່ຂໍ້ມູນຂ່າວສານຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ໄດ້ຮັບຜົນເປັນຈິງຢ່າງທົ່ວເຖິງ, ທັງ 3 ບໍລິສັດ ທຸລະກິດໃນລາວ ຈຶ່ງຮວມກັນປະກອບສ່ວນຊຸກຍູ້ໂຄງການເຊິ່ງປະກອບມີ : 1. ບໍລິສັດ ຊີເຄ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ, ມອບໂດຍ ປະທານບໍລິສັດ, ທ່ານ ວັນດີ ກວາ ລີວົງ; ມອບທຶນຊຸກຍູ້ ຈຳນວນ 73.400.000 ກີບ. 2. ກຸ່ມບໍລິສັດ …

ພິທີມອບ-ຮັບ ທຶນຊ່ວຍເຫຼືອ ຕິດຕັ້ງລະບົບໂທລະໂຄ່ງ ໃຫ້ກັບ 12 ໝູ່ບ້ານ ໃນເຂດຈຸດສຸມ, ເມືອງສົບເບົ້າ, ແຂວງຫົວພັນ Read More »

ພິທີເຊັນສັນຍາຮ່ວມມື ໂຄງການຕິດຕັ້ງປ້າຍໂຄສະນາແອລອີດີ ແລະ ປ້າຍບິວບອດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ກຸ່ມບໍລິສັດ ທະວີຊັບ

ໃນຕອນບ່າຍຂອງວັນທີ 09 ມັງກອນ 2023, ທີ່ສູນຝືກອົບຮົມ ກົມໃຫຍ່ການເມືອງ (ສະໜາມມ້າ), ໄດ້ມີການຈັດພິທີເຊັນສັນຍາຮ່ວມມື ໂຄງການຕິດຕັ້ງປ້າຍໂຄສະນາແອລອີດີ ແລະ ປ້າຍບິວບອດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ກຸ່ມບໍລິສັດທະວີຊັບ, ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ພົຕ ວັນທອງ ກອງມະນີ, ກຳມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ແລະ ມີຄະນະນຳຈາກກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ແລະ ປົກຄອງນະຄອນຫຼວງວຽງຈັນ ຫຼາຍທ່ານເຂົ້າຮ່ວມ. ໂຄງການດັ່ງກ່າວ, ເປັນໂຄງການທີ່ສ້າງຂຶ້ນ ເພື່ອຮັບໃຊ້ “ວາລະແຫ່ງຊາດ ວ່າດ້ວຍການຕ້ານຢາເສບຕິດ”, ເຊິ່ງຈະມີການຕິດຕັ້ງປ້າຍຫຼາຍຈຸດໃນທົ່ວປະເທດ ຕະຫຼອດແຕ່ເໜືອ ຮອດໃຕ້, ກະຊວງປ້ອງກັນຄວາມສະຫງົບຈຶ່ງໄດ້ຮ່ວມມືກັບເອກະຊົນ ເພື່ອໃຫ້ການໂຄສະນາ ວາລະດັ່ງກ່າວໄດ້ຮັບຜົນດີຍິ່ງຂຶ້ນ. ໃນພິທີເຊັນສັນຍາຄັ້ງນີ້, ທາງກະຊວງປ້ອງກັນຄວາມສະຫງົບ ແມ່ນຕາງໜ້າໂດຍທ່ານ ພົຈວ ຄອນສະຫວັນ ສົມພາໄຊ, ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ແລະ ທາງກຸ່ມບໍລິສັດ ທະວີຊັບ, ຕາງໜ້າໂດຍ ທ່ານ ສຸກດາລາ ນໍລະແສງ, …

ພິທີເຊັນສັນຍາຮ່ວມມື ໂຄງການຕິດຕັ້ງປ້າຍໂຄສະນາແອລອີດີ ແລະ ປ້າຍບິວບອດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ກຸ່ມບໍລິສັດ ທະວີຊັບ Read More »

ພິທີມອບຫຼຽນກາລະນຶກ 30 ປີ ແຫ່ງການສ້າງຕັ້ງອົງການໄອຍະການປະຊາຊົນ ໃຫ້ແກ່ກຸ່ມບໍລິສັດ ທະວິຊັບ

ໃນຕອນເຊົ້າຂອງວັນທີ 14 ທັນວາ 2022, ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ມີພິທີມອບຫຼຽນກາລະນຶກ 30 ປີ ແຫ່ງການສ້າງຕັ້ງອົງການໄອຍະການປະຊາຊົນ, ໃຫ້ແກ່ກຸ່ມບໍລິສັດ ທະວິຊັບ, ເຊິ່ງໃຫ້ກຽດເປັນປະທານມອບຫຼຽນໂດຍ ທ່ານ ຄຳເພັດ ສົມວໍລະຈິດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຕາງໜ້າຄະນະພັກ – ຄະນະນຳ, ມີຫົວໜ້າຫ້ອງການ, ຮອງກົມ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານປະທານ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ກຸ່ມບໍລິສັດ ທະວີຊັບ ແລະ ໄດ້ມອບໃບຍ້ອງຍໍ ພ້ອມຫຼຽນກາທີ່ລະນຶກ ໃຫ້ກັບ ທ່ານ ສຸກດາລາ ນໍລະແສງ, ປະທານກຸ່ມບໍລິສັດທະວີຊັບ ທີ່ມີຜົນງານປະກອບສ່ວນຕໍ່ການສະໜັບສະໜູນອົງການໄອຍະການປະຊາຊົນສູງສຸດຄັ້ງນີ້.

ພິທີເປີດເຄົາເຕີ້ຂາຍປະກັນໄພສຸຂະພາບແຮງງານ ສຳລັບຊາວຕ່າງຊາດ ແຫ່ງທຳອິດ ຂອງ ບໍລິສັດ ທະວີຊັບ ໂບຣກເກີ້ ປະກັນໄພ ຈຳກັດ ຜູ້ດຽວ

ພາບບັນຍາກາດພິທີເປີດເຄົາເຕີ້ຂາຍປະກັນໄພສຸຂະພາບແຮງງານ ສຳລັບຊາວຕ່າງຊາດ ແຫ່ງທຳອິດ ຂອງ ບໍລິສັດ ທະວີຊັບ ໂບຣກເກີ້ ປະກັນໄພ ຈຳກັດ ຜູ້ດຽວ, ທີ່ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ. ພິທີໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 06 ທັນວາ 2022, ໂດຍການເປັນປະທານຂອງທ່ານ ນາງ ຫຍິງສະນາ ທອງຄຳສຸກ, ຜູ້ອຳນວຍການ ບໍລິສັດ ທະວີຊັບ ໂບຣກເກີ້ ປະກັນໄພ ຈຳກັດ ຜູ້ດຽວ ແລະ ທ່ານ ພັນເອກ ເພັດດາວົງ ແກ້ວປັນຍາ, ຮອງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ.

Scroll to Top