Author name: Lao PT

ວັດສີສະເກດ

ວັດ​ສີສະ​ເກດ ​ເປັນ​ວັດ​ທີ່​ມີ​ຄວາມ​ສຳຄັນ​ທາງ​ປະຫວັດສາດ ​ເພາະວ່າ​ເປັນ​ວັດ​ດຽວ ທີ່​ລອດ​ພົ້ນຈາກ​ການ​ຈູດ​ເຜົາ​ທຳລາຍ​ຂອງ​ສັກ​ດີນາ​ຕ່າງ​ດ້າວ ​ທີ່​ມາ​ຮຸກ​ຮານ​ລາວ ​ໃນ​ລະຫວ່າງ​ປີ ຄສ 1827-1828. ວັດ​ສີສະ​ເກດ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປີ ຄສ 1818​ ​ໂດຍ​ການ​ນຳພາ​ຂອງ​ເຈົ້າອານຸວົງ, ກະ​ສັດ​ອົງ​ສຸດ​ທ້າຍ​ ຂອງຣາຊະ​ວົງວຽງຈັນ ​ແລະ ມີ​ຄວາມ​ພິ​ເສດ​ທີ່​ສຸດ​ ​ເນື່ອງ​ຈາກ​ວ່າ ​ເປັນ​ວັດ​ທີ່ບັນຈຸ​ຫໍ​ໄຕ​ປີດົກ, ກຸດຕິ​ຂອງ​ເຈົ້າ​ເພັດຊະຣາຊ ​ແລະ ຢູ່​ຕາມ​ຝາ​ດ້ານ​ໃນ​ຂອງ​ສິມ ​ກໍ່​ມີ​ຮູ​ບ​ແຕ້ມ​ລວດລາຍງົດ​ງາມ. ບໍລິ​ເວນ​ວັດ ​ມີ​ກົມ​ມະລຽນອ້ອມ​ສີ່​ດ້ານ, ​ແຕ່​ລະ​ດ້ານ ​ມີ​ພຣະພຸດທະ​ຮູບ​ນ້ອຍ​ທີ່​ເຮັດດ້ວຍ​ປະທາຍ​ເພັດ ລວມມີ 120 ອົງ. ສ່ວນ​ຢູ່​ຂ້າງ​ອຸ​ໂບສົດ​ມີ​ພຣະພຸດທະ​ຮູບ​ປະທານ​ອົງ​ໃຫຍ່​ອັນ​ສັກສິດ, ຢູ່​ຂ້າງ​ກ້ຳຊ້າຍ ​ແລະ ຂວາ​ຂອງ​ພຣະປະທານ ກໍ​ມີ​ພຣະພຸດທະ​ຮູບ​ທອງ​ຫລໍ່ ປາງ​ຫ້າມ​ຍາດ 2 ອົງ ​ເຊິ່ງ​ເຈົ້າອານຸວົງ ​ໄດ້​ສ້າງ​ໄວ້​ເທົ່າ​ກັບ​ເລົ່າ​ຄີງ​ຂອງ​ເພິ່ນ​ເອງ. ນອກ​ນັ້ນ ຢູ່​ຕາມ​ຊ່ອງ​ຝາ​ດ້ານ​ໃນ​ສິມ ​ກໍ​ຍັງ​ມີ​ພຣະພຸດທະ​ຮູບອົງ​ນ້ອຍໆ ລວມທັງໝົດ 2052 ອົງ ​ເຊິ່ງ​ໃນ​ນັ້ນ​ເຮັດ​ດ້ວຍ​ເງິນ​ບຸ 276 ອົງ. (​ເວລາ​ເປີດ​ໃຫ້​ເຂົ້າທ່ຽວຊົມ​ແມ່ນ​ເລີ່​ມ​ແຕ່ 8:00-17:00 ​ໂມງ ຂອງ​ທຸກໆມື້)

ຫໍພະເເກ້ວ

ຫໍພະ​ແກ້ວ ຕັ້ງຢູ່​ເຂດ ບ້ານ​ຊຽງຍືນ, ​ເມືອງຈັນທະ​ບູລີ, ກົງ​ກັນຂ້າມ​ກັບ ​ວັດ​ສີສະ​ເກດ ​ແລະ ​ໄກ້​ກັບ​ພະຣາຊະ​ວັງ​​ເກົ່າ (ຫໍຄຳ) ​ເຊິ່ງປະຈຸ​ບັນ​ເປັນ​ສຳນັກງານ​ປະທານ​ປະ​ເທດ. ສະ​ໄໝກ່ອນ ຫໍພຣະ​ແກ້ວ ຕັ້ງຢູ່​ພາຍ​ໃນ​ວັດ​ເກົ່າ​ແກ່​ໃນ​ເຂດ​ພຣະຣາຊະ​ວັງ ຖືກ​ສ້າງ​ຂຶ້ນ​ໂດຍ​ພະ​ເຈົ້າ​ໄຊ​ຍະ​ເຊ​ດຖາ​ທິລາຊ ​ໃນ​ລະຫວ່າງ​ປີ ຄສ 1565-1779 ​ເຊິ່ງ​ເປັນ​ບ່ອນ​ປະດິດສະຖານ​ຂອງ “ພຣະ​ແກ້ວ​ມໍຣະກົດ” ​ເຖິງ​ແມ່ນ​ວ່າ​ໃນ​ປະຈຸ​ບັນຈະ​ບໍ່​ມີ​ພະ​ແກ້ວ​ມໍຣະກົດ​ແລ້ວ​ ອັນ​ເນື່ອງ​ມາ​ຈາກ​ເຫດການ​ທາງປະຫວັດສາດ​ທີ່​ຜ່ານ​ມາ, ​ແຕ່​ຫໍພະ​ແກ້ວ​ກໍ​ຍັງ​ຄົງ​ເປັນ​ທີ​ສັກກະ​ລະ​ບູຊາ​ຂອງ​ຊາວ​ລາວ ຍ້ອນ​ເປັນ​ແຫ​ລ່ງຮວບ​ຮວມວັດຖຸ​ບູຮານ​ອັນ​ສຳຄັນ ​ແລະ ລ້ຳຄ່າ​ເປັນຕົ້ນ​ແມ່ນ ພະພຸດທະ​ຮູບ​ປາງ​ຕ່າງໆ ທີ່​ຫລໍ່​ຈາກ​ທອງ​​ແດງ, ສີ​ລາ​ຈາກ​ລຶກ ​ແລະ ອື່ນໆ​ເມື່ອ​ຍ່າງ​ເລາະ​ຊົມ​ບໍລິ​ເວນ​ພາຍ​ໃນ​ສະຖາປັດຕະຍະກຳ​ອັນ​ສວຍ​ງາມ​ນີ້ ທ່ານ​ຈະ​ຮູ້ສຶກ​ໄດ້​ເຖິງ​ຄວາມ​ສະຫງົບ​ຮົ່ມ​ເຢັນ​ທີ່​ແຕກ​ຕ່າງ​ຈາກ​ບ່ອນ​ອື່ນໆ. ຫໍພຣະ​ແກ້ວ​ເປີດ​ໃຫ້​ເຂົ້າທ່ຽວຊົມ​ທຸກ​ມື້ ​ເວລາ 8:00-17:00 ໂມງ.

ຫໍ​ຫລັກ​ເມືອງ

ຫໍ​ຫລັກ​ເມືອງ ກົງກັນ​ຂ້າມກັບ​ວັດ​ສີ​ເມືອງ ​ແມ່ນ​ຫໍ​ຫລັກ​ເມືອງ ​ເຊິ່ງ​ເປັນ​ບ່ອນ​ປົກ​ປັກ​ຮັກສາ​ຮ່ອງຮອຍ​ມໍຣະດົກ​ທາງ​ປະຫວັດສາດ​ທີ່​ຖືກ​ຄົ້ນພົບ​ຢູ່​ສະຖານ​ທີ່​ແຫ່ງ​ນີ້ ​ໂດຍ​ນັກ​ບູຮາ​ນະ​ຄະດີ​ໄດ້​ທຳ​ການຄົ້ນຄວ້າ​ວິ​ໃຈ​ແລ້ວ​ພົບ​ວ່າ ວັດຖຸ​ບູຮານ​ນີ້​ແມ່ນ​ເປັນ​ວັດຖຸ​ທີ່​ປະກອບ​ເຂົ້າ​ໃນ​ພິທີການ​ກໍ່ສ້າງ​ເສົາ​ຫລັກ​ເມືອງ​ວຽງຈັນ​ໃນ​ສະ​ໄໝກ່ອນ​ ໂດຍ​ໄດ້​ພົບ​ຫີນ​ຫລັກ​ເມືອງ​ຈຳນວນ473 ຫລັກ ສ່ວນ​ໃຫຍ່​ຟອກ​ດ້ວຍ​ຄຳປິວ ​ແລະ ​ແກະສະຫລັກ​ເປັນ​ລວດ​ລາຍ​ງົດ​ງາມ. ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ເພິ່ນ​ໄດ້​ຄົ້ນ​ພົບ​ສີ​ລາ​ຈາລຶກ ໜຶ່ງ​ແຜ່ນ​ທີ່​ໄດ້​ລະບຸ​ເລີກ​ຍາມ​ກົງ​ກັບ​ມື້​ວັນ​ຈັນ, ​ແຮມ 10 ຄ່ຳເດືອນ 3, ຈສ 901 ປີ​ກຸນ​ ປີ​ກັດ​ໃຄ້​ ເຊິ່ງກົງ​ກັບ​ວັນ​ທີ 16 ກຸມພາ ຄສ 1540 ຣາຊະ​ການ​ຂອງ​ພະ​ເຈົ້າ​ໂພທິ​ຊະຣາຊ ​ເຊິ່ງ​ເປັນ​ບິດາ​ຂອງ​ເຈົ້າ​ໄຊ​ຍະ​ເຊ​ດຖາ​ທິຣາຊ. ກຸ່ມ​ຫີນ​ຫລັກ​ເມືອງ​ດັ່ງກ່າວ​ຖືກ​ຈັດ​ວາ​ງ​ໄວ້​ເປັນ 3 ກຸ່ມ​ຫ່າງ​ກັນ​ປະມານ 1,5 ​ແມັດ​ ​ແລະ ຫໍ​ຫລັກ​ເມືອງ​ທີ່​ຫາ​ກໍ່ສ້າງ​ຂຶ້ນມາ​ໃໝ່ນີ້​ແມ່ນ​ກວມ​ເອົາ​ຫິນ​ເສມາ​ທັງ 3 ກຸ່ມ ​ແລະ ຕັ້ງຢູ່​ບ່ອນ​ເກົ່າ​ແຕ່​ເດີມ​ເພື່ອ​ເປັນ​ການ​ຮັກສາ​ຄວາມໝາຍອັນ​ສັກສິດ​ທີ່​ບັນພະ​ບູລຸດ​ໄດ້​ກຳນົດ​ໄວ້ ​ແລະ ປະຕິບັດ​ຕາມ​ຮີດ​ເກົ່າ​ຄອງ​ເດີມ​ທີ່​ມີ​ມາ​ແຕ່​ບູຮານ.

ວັດສີເມືອງ

ວັດ​ສີ​ເມືອງ ​ເປັນ​ບ່ອນ​ຕັ້ງຂອງ​ເສົາ​ຫລັກ​ເມືອງ ຢູ່​ເຂດ​ບ້ານສີ​ເມືອງ, ​ເມືອງ ຈັນທະ​ບູລີ ​ເຊິ່ງມີ​ປະຫວັດ​ອັນ​ເກົ່າ​ແກ່ ​ທີ່​ເລົ່າ​ຂານ​ສືບ​ຕໍ່​ກັນ​ມາ​ວ່າ ​ໃນ​ສະ​​ໄໝກ່ອນ ຕອນ​ທີ່​ຊາວ​ເມືອງ​ພວມ​ເຮັດ​ພິທີ​ປັກ​ຫລັກ​ເມືອງ​ຢູ່​ນັ້ນ ມີ​ແມ່ຍິງ​ຄົນໜຶ່ງຊື່ວ່າ​ ນາງ ສີ ​ເຊິ່ງກຳລັງ​ຖືພາ​ໄດ້​ສະຫລະ​ຊີບ​ໂດດ​ລົງ​ໄປ​ໃນ​ຂຸມ​ນັ້ນ, ນາງ​ໄດ້​ຖືກ​ຝັງ​ໄປ​ພ້ອມ​ຫລັກ​ເມືອງ ​ແລະ ກາຍ​ເປັນ​ຜີ​ຫລັກ​ເມືອງ ຈຶ່ງ​ເປັນ​ທີ່ມາ​ຂອງ​ຊືວັດ​ສີ​ເມືອງ​ແຫ່ງ​ນີ້. ຍ້ອນ​ວ່າ​ວັດ​ສີ​ເມືອງ​ເປັນ​ສະຖານ​ທີ່​ສັກສິດ ​ຈຶ່ງ​ໄດ້​ກາຍ​ເປັນ​ທີ່​ເພິ່ງ​ທາງ​ໃຈ​ໃຫ້​ແກ່​ຊາວ​ລາວ ​ແລະ ​ເປັນ​ສະຖານ​ທີ່ ທີ່​ຊາວ​ຕ່າງ​ຊາດ​ໃຫ້​ຄວາມ​ສົນ​ໃຈ​ເຂົ້າມາ​ສຶກສາ ​ແລະ ທ່ຽວຊົມ​ເປັນ​ຈຳນວນ​ຫຼວງຫຼາຍ. ປັດຈຸບັນ, ປະຊາຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ພາກັນ​ເຂົ້າມາ​ສັກກະ​ລະ​ບູຊາ-ກາບ​ໄຫວ້​ວັດ​ສີ​ເມືອງ​ທຸກໆມື້ ​ໂດຍ​ສະ​ເພາະ​ວັນ​ອັງຄານ ​ແລະ ວັນ​ສິນ​ ຄົນ​ສ່ວນ​ໃຫຍ່​ ແມ່ນ​ມັກ​ມາ​ຂໍ​ພອນ, ເສຍ​ເຄາະ ບູຊາ​ໂຊກ, ມາ​ບະ-ມາ​ບົນ​ນຳ​ເຈົ້າ​​ແມ່​ສີ​ເມືອງ​ ໃນ​ສິ່ງ​ທີ່​ຕົນປາດ​ຖະໜາ ​ແລະ ​ເມື່ອ​ສົມ​ຫວັງ​​ແລ້ວ​ກໍ​ມາ​ແກ່​ບະ​ຢູ່​ທີ່ນີ້ ຕາມ​ຄວາມ​ເຊື່ອ​ຂອງ​​ແຕ່ລະຄົນ. ທຸກໆປີ​ໃນ​ມື້​ຂຶ້ນ 15 ຄ່ຳເດືອນ 12 ຂອງ​ລາວ​ ​ເຊິ່ງກົງ​ກັບ​ມື້ບຸນ​ນະມັດສະການ​ພະທາດ​ຫລວງ ຈະ​ມີ​ພິທີ​ແຫ່​ປະສານ​ເຜິ​ງ ​ເຊິ່ງ​ເລີມ​ຕົ້ນ​ແຮ່ຈາກ​ວັດ​ສີ​ເມືອງ​ແຫ່ງ​ນີ້​ໄປ​ຫາ ພຣະທາດຫລວງ​ວຽງຈັນ. ວັດ​ສີ​ເມືອງ​ເປີດ​ໃຫ້​ຄົນ​ເຂົ້າທ່ຽວຊົມ ​ແລະ ກາບ​ໄຫວ້​ບູຊາ​ທຸກມື້ ຕັ້ງ​ແຕ່ຕອນ​​ເຊົ້າມືດ​ຈົນ​ເຖິງ​ຄ່ຳ.

ໂຮງ​ກາ​ຍະ​ສິນ

ໂຮງ​ກາ​ຍະ​ສິນ ຖືກ​ສ້າງ​ຂຶ້ນ​ໃນ​ປີ 1986 ຢູ່​ທີ່​ຖະໜົນ​ເຈົ້າອາ​ນຸວົງ, ບ້ານ​ສະຫວ່າງ, ​ເມືອງຈັນທະ​ບູລີ. ສະຖານ​ທີ​ແຫ່ງ​ນີ້ ມີ​ຊື່ສຽງຫລາຍ ​ແລະ ​ເປັນ​ທີ່​ນິຍົມ​ສຳ​ລັບ​ຈັດການ​ສະ​ແດງ ​ທາງ​ດ້ານ​ກາ​ຍະ​ສິນຍັງ​ຖືກ​​ໃຊ້​ເຂົ້າ​ໃນ​ການ​ສະ​ແດງ​ສິນ​ລະ​ປະ-ວັນນະ​ຄະນະ​ດີ​ຕ່າງໆ (ຮອງ​ເພັງ, ຂັບ-ລຳ ​ແລະ ຟ້ອນ), ລະຄອນ, ການ​ແຂ່ງຂັນ​ສົກ​ມວຍ ​ແລະ ກິດຈະກຳ​ອື່ນໆ ​ເນື່ອງ​ໃນ​ວັນ​ສຳຄັນຂອງ​ຊາດ, ​ເຊິ່ງຈະ​ມີ​ການ​ໂຄສະນາ-ປະຊາສຳພັນ​ໃຫ້​ທ່

ຫໍ​ທຳ​ມະ​ສະພາ

ຫໍ​ທຳ​ມະ​ສະພາ ຕັ້ງ​ຢູ່​ບໍລິ​ເວ​ນວັດ​ທາ​ດຫຼວງ​ເໜືອ ​ເຊິ່ງຢູ່​ທາງ​ທິດ​ເໜືອ​ຂອງ​ພຣະທາດ​ຫຼວງ​ວຽງຈັນ. ຫໍ​ທຳ​ມະ​ສະພາ ​ຖືກ​ສ້າງຕັ້ງຂຶ້ນ ດ້ວຍ​ສະຖາປັດຕະຍະກຳ​ອັນ​ງົດ​ງາມ​ແບບ​ສິນ​ລະ​ປະ​ລາຍ​ລາວ ​ເຊິ່ງມີ​ຂະໜາດ​ໃຫຍ່ ​ແລະ ກວ້າງຂວາງ​ຖືກ​ໃຊ້​ເປັນ​ສະ​ຖານ​ທີ່​ປະກອບ​ພິທີກຳ​ຕ່າງ​ໆທາງ​ສາດສະໜາຂອງ​ພຣະສົງ.

ປະຕູໄຊ

ປະຕູ​ໄຊ ຫລື ຊື່​​ເດີມ​ເອີ້ນ​ວ່າ “ອະນຸສາວະ​ລີ​ໄຊຊະນະ” ມັກ​ຖືກ​ປຽບທຽບ​ໂດຍ​ນັກ​ທ່ອງ​ທ່ຽວວ່າ​ເປັນ “ອາກ​ເດີ ທຣີອົມ” (ຢູ່​ນະຄອນ​ປາຣີ ປະ​ເທດ​ຟຣັ່ງ) ຂອງ​ລາວ​ເພາະວ່າ ​ມີ​ລັກສະນະ​ໂດດ​ເດັ່ນ​ຕັ້ງຢູ່​ໃຈກາງ​ນະຄອນຫລວງ​ວຽງຈັນ ບໍລິ​ເວນ​ຕອນ​ກາງຂອງ​ຖະໜົນລ້ານ​ຊ້າງ (ຄົນ​ສະ​ໄໝກ່ອນ​ມັກ​​ເອີ້ນ​ກັນ​ວ່າ​ ຊອງ ​ເອລິ​ເຊ້ ​ເປັນ​ຖະໜົນຢູ່​ໃນ​ປາຣີ​ເຊັ່ນ​ກັນ). ປະຕູ​ໄຊ​ຖືກ​ສ້າງ​ຂຶ້ນນັບ​ແຕ່​ປີ ຄສ 1957-1962 ​ເພື່ອ​ເປັນ​ອານຸສອນ​ໃຫ້​ແກ່​ການ​ປະ​ກາດ​ເອກະລາດ​ຂອງ ສປປ ລາວ ອອກ​ຈາກ​​ແອກ​ປົກຄອງ​ຂອງ​ລ່າ​ເມື​ອງຂຶ້ນຟຣັ່ງ ​ໂດຍ​ສ້າງ​ຕາມ​ສັດສ່ວນ​ເລກ​ຕຳລາ​ອັນ​ສຳຄັນ​ຂອງ​ຊາວ​ພຸດ ຄື: 3-7-9. ຮູບຊົງ​ດ້ານ​ເທິງ​ຂອງ​ປະຕູ​ໄຊ ​ແມ່ນ​ມີ​ລັກສະນະ​ຄ້າຍ​ຄື​ກັບ​ຜາສາດ ທັດ​ສ໌ມາ​ຮານ ທີ່​ຢູ່​ປະ​ເທດ​ອິນ​ເດຍ ​ແລະ ​ດ້ານ​ໃນ​ ຖືກ​ປະ​ດັບ​ປະດາ​ດ້ວຍ​ສິນ​ລະ​ປະ​ລວດລາຍອັນ​ເປັນ​ເອກະລັກ​ຂອງ​ລາວ ທີ່ມີ​ສີສັນ​ງົດ​ງາມ ລວມທັງ​ຮູບ​ປັ້ນນາງ​ກິນ​ນາລີ. ປະຕູ​ໄຊ​ມີ​ຄວາມ​ສູງ 49 ​ແມັດ ດັ່ງນັ້ນ ນັກ​ທ່ອງ​ທ່ຽວທີ່​ມາ​ທ່ຽວຊົມ​ຈຶ່ງ​ສາມາດ​ຂຶ້ນ​ໄປ​ສູ່​ສຸດ​ ເພື່ອ​ຊົມ​ທິວ​ທັດ​ອັນ​ສວຍ​ງາມ​ຂອງ​ຕົວ​ເມືອງ​ໃນ ນະຄອນຫລວງວຽງຈັນ. ຢູ່​ບໍລິ​ເວນ​ດ້ານ​ລຸ່ມ ​ກໍ​ເປັນ​ເດີນ​ກວ້າງ ​ປະກອບ​ໄປ​ດ້ວຍ​ອ່າງ​ນ້ຳພຸ, ດອກ​ໄຟ​ສີ ​ແລະ ດອກ​ໄມ້​ຫລາຍ​ສະ​ນິດ-​ຫລາຍ​ແນວ​ພັນ ທີ່​ສົ່ງ​ກິ່ນ​ອັນ​ຫອມ​ຫວນ ແລະ ສີສັນ​ສົດ​ໃສ​ຕະການ​ຕາ. ດ້ອຍ​​ເຫດ​ນີ້ ປະຕູ​ໄຊ ຈຶ່ງ​ເປັນ​ອີກ​ສະຖານ​ທີ່ທ່ອງ​ທ່ຽວໜຶ່ງ ທີ່​ລື​ຊື່​ໃນ​ນະຄອນຫລວງ​ວຽງຈັນ …

ປະຕູໄຊ Read More »

ພຣະທາດຫຼວງວຽງຈັນ

ພຣະທາດ​ຫຼວງວຽງ​ຈັນ ​ປະກາຍ​ສີ​ທອງຄຳ​ອັນ​ຮຸ່ງ​ເຮືອງ ຕັ້ງຢູ່​ຢ່າ​ງ​ໂດດ​ເດັ່ນ​ທີ່​ເຂດ​ບ້ານທາດຫຼວງ, ​ເມືອງ​ໄຊ​ເສດ​ຖາ,​ ເປັນ​ປູ​ຊະ​ນິຍະສະ​ຖານ​ບູຮານ​ອັນ​ເປັນ​ສັນຍາ​ລັກ​ຂອງ​ປະ​ເທດ​ລາວ, ​ເປັນ​ພຣະທາດ​ໂລກະ​ຈຸນ​ລະ​ມະນີ​ ທີ່​ບັນຈຸ​ພຣະ​ສາລິ​ກະທາດຂອງ​ພຣະພຸດທະ​ເຈົ້າ ​ແລະ ​ເປັນ​ສູນ​ລວມ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ​. ພຣະທາດຫຼວງ​ວຽງ​ຈັນ​ ຖືກ​ສ້າງ​ຂື້ນ​ເທື່ອ​ທຳ​ອິດ​ເມື່ອ​ປີ ພສ 236 ໂດຍ​ການ​ນຳພາ​ຂອງ​ເຈົ້າ​ເມືອງ​ວຽງ​ຈັນ ຈັນທະ​ບູລີ ປະສິດ​ທິສັກ ຫຼື ບຸລິ​ຈັນ ແລະ ຖືກ​ຕໍ່​ເຕີມ​ສ້າງ​ຕື່ມ​ອີກ​ໃນ​ປີ ຄສ 1556 ໂດຍ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາຊ ກະສັດ​ຜູ້​ສະຖາປະນາ​ວຽງ​ຈັນ​ ເປັນ​ນະຄອນຫຼວງ​ຂອງ​ອານາຈັກ​ລາວ​ລ້ານ​ຊ້າງ. ມາ​ຮອດ​ປີ​ຄສ 1957, ລັດຖະບານ​ລາວ ​ພາຍ​ໃຕ້​ພະ​ບໍລົມ​ມະ​ຊູ​ປະຖຳຂອງ​​ ເຈົ້າ​ສີສະ​ຫວ່າງ​ວົງ ກໍ່​ໄດ້​ນຳພາ​ປະຊາຊົນ​ປັ້ນ ພະ​ບໍລົມ​ມະ​ຮູບຂອງ​ ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາຊ ປະດິດສະຖານ​ໄວ້ ​ຢູ່ໜ້າ​ທາງ​ເຂົ້າ​ພະທາດ​ດ້ານ​ຕາ​ເວັນ​ຕົກ ​ເພື່ອ​ເປັນ​ອະນຸສາວະລີ​ທີ່​ພະ​ອົງ​ໄດ້​ສ້າ​ງພະທາດ​ຫຼວງ​ ຂື້ນມາ​ເປັນ​ທີ່​ສັກກະ​ລະ​ບູຊາ​ຈົນ​ຮອດ​ປະຈຸ​ບັນ. ພຣະທາດຫຼວງ​ສູງ 45 ແມັດມີ​ໃບ​ສິມ​ມາ​ອອ້ມ 228 ໃບ, ມີ ບໍລິວານ (ທາດ​ນ້ອຍ) ອ້ອມຮອບ 30 ອົງ​ເອີ້ນວ່າ​ປະລະມິ​ສານ​ສິບ​ທັດ, ຕີນພຣະ​ທາດ​​ແຕ່​ດ້ານ​ຕາ​ເວັນ​ອອກ​ ຫາ​ດ້ານ​ຕາ​ເວັນ​ຕົກ​ຍາວ 69 ແມັດ, ​ແຕ່​ດ້ານ​ເໜືອ​ຫາ​​ໃຕ້​ຍາວ 68 ແມັດ …

ພຣະທາດຫຼວງວຽງຈັນ Read More »

ພິທີເຊັນສັນຍາ ລະຫວ່າງ ກຸ່ມບໍລິສັດ ທະວິຊັບ ແລະ ບໍລິສັດ ລາວ ເຣດ ເວັບ ອິນເວສເມັ້ນ ເມເນເຈີ້ເມັ່ນ ຈຳກັດຜູ້ດຽວ

ໃນຕອນເຊົ້າຂອງວັນທີ 27 ມີນາ 2023, ທີ່ສຳນັກງານໃຫຍ່ ກຸ່ມບໍລິສັດ ທະວີຊັບ, ໄດ້ມີການຈັດພີທີເຊັນສັນຍາ ໂຄງການຮ່ວມມືພັດທະນາ ບໍລິສັດ ວິສາຫະກິດ ຮັກສາຄວາມປອດໄພ, ລະຫວ່າງ ກຸ່ມບໍລິສັດ ທະວີຊັບ, ຕາງໜ້າໂດຍປະທານ ທ່ານ ສຸກດາລາ ນໍລະແສງ ແລະ ບໍລິສັດ ລາວ ເຣດ ເວັບ ອິນເວສເມັ້ນ ເມເນເຈີ້ເມັ່ນ ຈຳກັດຜູ້ດຽວ, ຕາງໜ້າໂດຍປະທານ ທ່ານ Lu Zhicheng.

ຄວາມຄືບໜ້າໃນການເຄື່ອນໄຫວສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ

ພາບຄວາມຄືບໜ້າໃນການເຄື່ອນໄຫວສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ ຫຼັງຈາກໄດ້ຮັບການຊ່ວຍເຫຼືອ. ຝາກທ່ານຊ່ວຍ ກົດແຊຣ໌ໂພສນີ້ເພື່ອເປັນສ່ວນໜຶ່ງໃນການເຮັດກິດຈະກຳຊ່ວຍເຫຼືອສັງຄົມຄັ້ງຕໍ່ໄປກັບພວກເຮົາ.

Scroll to Top