ກອງປະຊຸມວິຊາການ ຮູບແບບທາງໄກ ເພື່ອເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ແລະ ປຶກສາຫາລືການໃຫ້ບໍລິການປະກັນໄພສຸຂະພາບສຳລັບແຮງງານຕ່າງປະເທດ
ກອງປະຊຸມວິຊາການ ຮູບແບບທາງໄກ ເພື່ອເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ແລະ ປຶກສາຫາລືການໃຫ້ບໍລິການປະກັນໄພສຸຂະພາບສຳລັບແຮງງານຕ່າງປະເທດ ໃນຕອນເຊົ້າວັນທີ 14 ກໍລະກົດ 2026 ກົມຄຸ້ມຄອງແຮງງານ, ກະຊວງ ຮສສ ແລະ ບໍລິສັດທະວີຊັບ ໂບຣກເກີປະກັນໄພ ຈຳກັດຜູ້ດຽວ (ບໍລິສັດໃນເຄືອຂອງກຸ່ມບໍລິສັດທະວີຊັບ) ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມວິຊາການ ຮູບແບບທາງໄກ ເພື່ອເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງ ແລະ ປຶກສາຫາລືການໃຫ້ບໍລິການປະກັນໄພສຸຂະພາບສຳລັບແຮງງານຕ່າງປະເທດໃນຊ່ວງກ່ອນການເຂົ້າ ຫຼື ເກີດສິດຂອງປະກັນສັງຄົມ, ຢູ່ສູນກາງແມ່ນເປັນປະທານໂດຍ ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ, ມີຄະນະພະແນກ ຮສສ ບັນດາແຂວງ ນະຄອນຫຼວງວຽງຈັນ, ຜູ້ອຳນວຍການກຸ່ມບໍລິສັດທະວີຊັບ, ຄະນະພະແນກຄຸ້ມຄອງແຮງງານ ແລະ ພະນັກງານທີ່ຮັບຜິດຊອບວຽກຕົວຈິງ ຂອງແຕ່ລະພາກສ່ວນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ແລກປ່ຽນບົດຮຽນ ຢ່າງກົງໄປ-ກົງມາ ເຊິ່ງເປັນຂີດໝາຍຂອງຄວາມສໍາເລັດ ແລະ ເປັນການກຽມຄວາມພ້ອມຮອບດ້ານ ກ່ອນການເປີດໃຫ້ບໍລິການປະກັນໄພສຸຂະພາບສໍາລັບແຮງງານຕ່າງປະເທດ ຢູ່ບັນດາພະແນກ ຮສສ ແຂວງໃນຂອບເຂດທົ່ວປະເທດ ແລະ ນະຄອນຫຼວງວຽງຈັນ ໃນອະນາຄົດອັນໃກ້ໆນີ້. ຂໍ້ມູນຈາກ: ກຸ່ມບໍລິສັດ ທະວີຊັບ Thavisub …



