August 9, 2023

ວັດສີເມືອງ

ວັດ​ສີ​ເມືອງ ​ເປັນ​ບ່ອນ​ຕັ້ງຂອງ​ເສົາ​ຫລັກ​ເມືອງ ຢູ່​ເຂດ​ບ້ານສີ​ເມືອງ, ​ເມືອງ ຈັນທະ​ບູລີ ​ເຊິ່ງມີ​ປະຫວັດ​ອັນ​ເກົ່າ​ແກ່ ​ທີ່​ເລົ່າ​ຂານ​ສືບ​ຕໍ່​ກັນ​ມາ​ວ່າ ​ໃນ​ສະ​​ໄໝກ່ອນ ຕອນ​ທີ່​ຊາວ​ເມືອງ​ພວມ​ເຮັດ​ພິທີ​ປັກ​ຫລັກ​ເມືອງ​ຢູ່​ນັ້ນ ມີ​ແມ່ຍິງ​ຄົນໜຶ່ງຊື່ວ່າ​ ນາງ ສີ ​ເຊິ່ງກຳລັງ​ຖືພາ​ໄດ້​ສະຫລະ​ຊີບ​ໂດດ​ລົງ​ໄປ​ໃນ​ຂຸມ​ນັ້ນ, ນາງ​ໄດ້​ຖືກ​ຝັງ​ໄປ​ພ້ອມ​ຫລັກ​ເມືອງ ​ແລະ ກາຍ​ເປັນ​ຜີ​ຫລັກ​ເມືອງ ຈຶ່ງ​ເປັນ​ທີ່ມາ​ຂອງ​ຊືວັດ​ສີ​ເມືອງ​ແຫ່ງ​ນີ້. ຍ້ອນ​ວ່າ​ວັດ​ສີ​ເມືອງ​ເປັນ​ສະຖານ​ທີ່​ສັກສິດ ​ຈຶ່ງ​ໄດ້​ກາຍ​ເປັນ​ທີ່​ເພິ່ງ​ທາງ​ໃຈ​ໃຫ້​ແກ່​ຊາວ​ລາວ ​ແລະ ​ເປັນ​ສະຖານ​ທີ່ ທີ່​ຊາວ​ຕ່າງ​ຊາດ​ໃຫ້​ຄວາມ​ສົນ​ໃຈ​ເຂົ້າມາ​ສຶກສາ ​ແລະ ທ່ຽວຊົມ​ເປັນ​ຈຳນວນ​ຫຼວງຫຼາຍ. ປັດຈຸບັນ, ປະຊາຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ພາກັນ​ເຂົ້າມາ​ສັກກະ​ລະ​ບູຊາ-ກາບ​ໄຫວ້​ວັດ​ສີ​ເມືອງ​ທຸກໆມື້ ​ໂດຍ​ສະ​ເພາະ​ວັນ​ອັງຄານ ​ແລະ ວັນ​ສິນ​ ຄົນ​ສ່ວນ​ໃຫຍ່​ ແມ່ນ​ມັກ​ມາ​ຂໍ​ພອນ, ເສຍ​ເຄາະ ບູຊາ​ໂຊກ, ມາ​ບະ-ມາ​ບົນ​ນຳ​ເຈົ້າ​​ແມ່​ສີ​ເມືອງ​ ໃນ​ສິ່ງ​ທີ່​ຕົນປາດ​ຖະໜາ ​ແລະ ​ເມື່ອ​ສົມ​ຫວັງ​​ແລ້ວ​ກໍ​ມາ​ແກ່​ບະ​ຢູ່​ທີ່ນີ້ ຕາມ​ຄວາມ​ເຊື່ອ​ຂອງ​​ແຕ່ລະຄົນ. ທຸກໆປີ​ໃນ​ມື້​ຂຶ້ນ 15 ຄ່ຳເດືອນ 12 ຂອງ​ລາວ​ ​ເຊິ່ງກົງ​ກັບ​ມື້ບຸນ​ນະມັດສະການ​ພະທາດ​ຫລວງ ຈະ​ມີ​ພິທີ​ແຫ່​ປະສານ​ເຜິ​ງ ​ເຊິ່ງ​ເລີມ​ຕົ້ນ​ແຮ່ຈາກ​ວັດ​ສີ​ເມືອງ​ແຫ່ງ​ນີ້​ໄປ​ຫາ ພຣະທາດຫລວງ​ວຽງຈັນ. ວັດ​ສີ​ເມືອງ​ເປີດ​ໃຫ້​ຄົນ​ເຂົ້າທ່ຽວຊົມ ​ແລະ ກາບ​ໄຫວ້​ບູຊາ​ທຸກມື້ ຕັ້ງ​ແຕ່ຕອນ​​ເຊົ້າມືດ​ຈົນ​ເຖິງ​ຄ່ຳ.

ໂຮງ​ກາ​ຍະ​ສິນ

ໂຮງ​ກາ​ຍະ​ສິນ ຖືກ​ສ້າງ​ຂຶ້ນ​ໃນ​ປີ 1986 ຢູ່​ທີ່​ຖະໜົນ​ເຈົ້າອາ​ນຸວົງ, ບ້ານ​ສະຫວ່າງ, ​ເມືອງຈັນທະ​ບູລີ. ສະຖານ​ທີ​ແຫ່ງ​ນີ້ ມີ​ຊື່ສຽງຫລາຍ ​ແລະ ​ເປັນ​ທີ່​ນິຍົມ​ສຳ​ລັບ​ຈັດການ​ສະ​ແດງ ​ທາງ​ດ້ານ​ກາ​ຍະ​ສິນຍັງ​ຖືກ​​ໃຊ້​ເຂົ້າ​ໃນ​ການ​ສະ​ແດງ​ສິນ​ລະ​ປະ-ວັນນະ​ຄະນະ​ດີ​ຕ່າງໆ (ຮອງ​ເພັງ, ຂັບ-ລຳ ​ແລະ ຟ້ອນ), ລະຄອນ, ການ​ແຂ່ງຂັນ​ສົກ​ມວຍ ​ແລະ ກິດຈະກຳ​ອື່ນໆ ​ເນື່ອງ​ໃນ​ວັນ​ສຳຄັນຂອງ​ຊາດ, ​ເຊິ່ງຈະ​ມີ​ການ​ໂຄສະນາ-ປະຊາສຳພັນ​ໃຫ້​ທ່

ຫໍ​ທຳ​ມະ​ສະພາ

ຫໍ​ທຳ​ມະ​ສະພາ ຕັ້ງ​ຢູ່​ບໍລິ​ເວ​ນວັດ​ທາ​ດຫຼວງ​ເໜືອ ​ເຊິ່ງຢູ່​ທາງ​ທິດ​ເໜືອ​ຂອງ​ພຣະທາດ​ຫຼວງ​ວຽງຈັນ. ຫໍ​ທຳ​ມະ​ສະພາ ​ຖືກ​ສ້າງຕັ້ງຂຶ້ນ ດ້ວຍ​ສະຖາປັດຕະຍະກຳ​ອັນ​ງົດ​ງາມ​ແບບ​ສິນ​ລະ​ປະ​ລາຍ​ລາວ ​ເຊິ່ງມີ​ຂະໜາດ​ໃຫຍ່ ​ແລະ ກວ້າງຂວາງ​ຖືກ​ໃຊ້​ເປັນ​ສະ​ຖານ​ທີ່​ປະກອບ​ພິທີກຳ​ຕ່າງ​ໆທາງ​ສາດສະໜາຂອງ​ພຣະສົງ.

ປະຕູໄຊ

ປະຕູ​ໄຊ ຫລື ຊື່​​ເດີມ​ເອີ້ນ​ວ່າ “ອະນຸສາວະ​ລີ​ໄຊຊະນະ” ມັກ​ຖືກ​ປຽບທຽບ​ໂດຍ​ນັກ​ທ່ອງ​ທ່ຽວວ່າ​ເປັນ “ອາກ​ເດີ ທຣີອົມ” (ຢູ່​ນະຄອນ​ປາຣີ ປະ​ເທດ​ຟຣັ່ງ) ຂອງ​ລາວ​ເພາະວ່າ ​ມີ​ລັກສະນະ​ໂດດ​ເດັ່ນ​ຕັ້ງຢູ່​ໃຈກາງ​ນະຄອນຫລວງ​ວຽງຈັນ ບໍລິ​ເວນ​ຕອນ​ກາງຂອງ​ຖະໜົນລ້ານ​ຊ້າງ (ຄົນ​ສະ​ໄໝກ່ອນ​ມັກ​​ເອີ້ນ​ກັນ​ວ່າ​ ຊອງ ​ເອລິ​ເຊ້ ​ເປັນ​ຖະໜົນຢູ່​ໃນ​ປາຣີ​ເຊັ່ນ​ກັນ). ປະຕູ​ໄຊ​ຖືກ​ສ້າງ​ຂຶ້ນນັບ​ແຕ່​ປີ ຄສ 1957-1962 ​ເພື່ອ​ເປັນ​ອານຸສອນ​ໃຫ້​ແກ່​ການ​ປະ​ກາດ​ເອກະລາດ​ຂອງ ສປປ ລາວ ອອກ​ຈາກ​​ແອກ​ປົກຄອງ​ຂອງ​ລ່າ​ເມື​ອງຂຶ້ນຟຣັ່ງ ​ໂດຍ​ສ້າງ​ຕາມ​ສັດສ່ວນ​ເລກ​ຕຳລາ​ອັນ​ສຳຄັນ​ຂອງ​ຊາວ​ພຸດ ຄື: 3-7-9. ຮູບຊົງ​ດ້ານ​ເທິງ​ຂອງ​ປະຕູ​ໄຊ ​ແມ່ນ​ມີ​ລັກສະນະ​ຄ້າຍ​ຄື​ກັບ​ຜາສາດ ທັດ​ສ໌ມາ​ຮານ ທີ່​ຢູ່​ປະ​ເທດ​ອິນ​ເດຍ ​ແລະ ​ດ້ານ​ໃນ​ ຖືກ​ປະ​ດັບ​ປະດາ​ດ້ວຍ​ສິນ​ລະ​ປະ​ລວດລາຍອັນ​ເປັນ​ເອກະລັກ​ຂອງ​ລາວ ທີ່ມີ​ສີສັນ​ງົດ​ງາມ ລວມທັງ​ຮູບ​ປັ້ນນາງ​ກິນ​ນາລີ. ປະຕູ​ໄຊ​ມີ​ຄວາມ​ສູງ 49 ​ແມັດ ດັ່ງນັ້ນ ນັກ​ທ່ອງ​ທ່ຽວທີ່​ມາ​ທ່ຽວຊົມ​ຈຶ່ງ​ສາມາດ​ຂຶ້ນ​ໄປ​ສູ່​ສຸດ​ ເພື່ອ​ຊົມ​ທິວ​ທັດ​ອັນ​ສວຍ​ງາມ​ຂອງ​ຕົວ​ເມືອງ​ໃນ ນະຄອນຫລວງວຽງຈັນ. ຢູ່​ບໍລິ​ເວນ​ດ້ານ​ລຸ່ມ ​ກໍ​ເປັນ​ເດີນ​ກວ້າງ ​ປະກອບ​ໄປ​ດ້ວຍ​ອ່າງ​ນ້ຳພຸ, ດອກ​ໄຟ​ສີ ​ແລະ ດອກ​ໄມ້​ຫລາຍ​ສະ​ນິດ-​ຫລາຍ​ແນວ​ພັນ ທີ່​ສົ່ງ​ກິ່ນ​ອັນ​ຫອມ​ຫວນ ແລະ ສີສັນ​ສົດ​ໃສ​ຕະການ​ຕາ. ດ້ອຍ​​ເຫດ​ນີ້ ປະຕູ​ໄຊ ຈຶ່ງ​ເປັນ​ອີກ​ສະຖານ​ທີ່ທ່ອງ​ທ່ຽວໜຶ່ງ ທີ່​ລື​ຊື່​ໃນ​ນະຄອນຫລວງ​ວຽງຈັນ …

ປະຕູໄຊ Read More »

ພຣະທາດຫຼວງວຽງຈັນ

ພຣະທາດ​ຫຼວງວຽງ​ຈັນ ​ປະກາຍ​ສີ​ທອງຄຳ​ອັນ​ຮຸ່ງ​ເຮືອງ ຕັ້ງຢູ່​ຢ່າ​ງ​ໂດດ​ເດັ່ນ​ທີ່​ເຂດ​ບ້ານທາດຫຼວງ, ​ເມືອງ​ໄຊ​ເສດ​ຖາ,​ ເປັນ​ປູ​ຊະ​ນິຍະສະ​ຖານ​ບູຮານ​ອັນ​ເປັນ​ສັນຍາ​ລັກ​ຂອງ​ປະ​ເທດ​ລາວ, ​ເປັນ​ພຣະທາດ​ໂລກະ​ຈຸນ​ລະ​ມະນີ​ ທີ່​ບັນຈຸ​ພຣະ​ສາລິ​ກະທາດຂອງ​ພຣະພຸດທະ​ເຈົ້າ ​ແລະ ​ເປັນ​ສູນ​ລວມ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ​. ພຣະທາດຫຼວງ​ວຽງ​ຈັນ​ ຖືກ​ສ້າງ​ຂື້ນ​ເທື່ອ​ທຳ​ອິດ​ເມື່ອ​ປີ ພສ 236 ໂດຍ​ການ​ນຳພາ​ຂອງ​ເຈົ້າ​ເມືອງ​ວຽງ​ຈັນ ຈັນທະ​ບູລີ ປະສິດ​ທິສັກ ຫຼື ບຸລິ​ຈັນ ແລະ ຖືກ​ຕໍ່​ເຕີມ​ສ້າງ​ຕື່ມ​ອີກ​ໃນ​ປີ ຄສ 1556 ໂດຍ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາຊ ກະສັດ​ຜູ້​ສະຖາປະນາ​ວຽງ​ຈັນ​ ເປັນ​ນະຄອນຫຼວງ​ຂອງ​ອານາຈັກ​ລາວ​ລ້ານ​ຊ້າງ. ມາ​ຮອດ​ປີ​ຄສ 1957, ລັດຖະບານ​ລາວ ​ພາຍ​ໃຕ້​ພະ​ບໍລົມ​ມະ​ຊູ​ປະຖຳຂອງ​​ ເຈົ້າ​ສີສະ​ຫວ່າງ​ວົງ ກໍ່​ໄດ້​ນຳພາ​ປະຊາຊົນ​ປັ້ນ ພະ​ບໍລົມ​ມະ​ຮູບຂອງ​ ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາຊ ປະດິດສະຖານ​ໄວ້ ​ຢູ່ໜ້າ​ທາງ​ເຂົ້າ​ພະທາດ​ດ້ານ​ຕາ​ເວັນ​ຕົກ ​ເພື່ອ​ເປັນ​ອະນຸສາວະລີ​ທີ່​ພະ​ອົງ​ໄດ້​ສ້າ​ງພະທາດ​ຫຼວງ​ ຂື້ນມາ​ເປັນ​ທີ່​ສັກກະ​ລະ​ບູຊາ​ຈົນ​ຮອດ​ປະຈຸ​ບັນ. ພຣະທາດຫຼວງ​ສູງ 45 ແມັດມີ​ໃບ​ສິມ​ມາ​ອອ້ມ 228 ໃບ, ມີ ບໍລິວານ (ທາດ​ນ້ອຍ) ອ້ອມຮອບ 30 ອົງ​ເອີ້ນວ່າ​ປະລະມິ​ສານ​ສິບ​ທັດ, ຕີນພຣະ​ທາດ​​ແຕ່​ດ້ານ​ຕາ​ເວັນ​ອອກ​ ຫາ​ດ້ານ​ຕາ​ເວັນ​ຕົກ​ຍາວ 69 ແມັດ, ​ແຕ່​ດ້ານ​ເໜືອ​ຫາ​​ໃຕ້​ຍາວ 68 ແມັດ …

ພຣະທາດຫຼວງວຽງຈັນ Read More »

Scroll to Top