ພິທີມອບ-ຮັບ ທຶນສົມທົບການກໍ່ສ້າງສະໜາມກິລາໃນຮົ່ມໃຫ້ກັບ 3 ກົມ

ເພື່ອເປັນການຕ້ອນຮັບວັນຄົບຮອບ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ(5 ເມສາ 1961 – 5 ເມສາ 2023), ໃນຕອນເຊົ້າຂອງວັນທີ 13 ມີນາ 2023, ທີ່ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກະຊວງປ້ອງກັນຄວາມສະຫງົບ, ໄດ້ມີພິທີມອບ-ຮັບ ທຶນສົມທົບການກໍ່ສ້າງສະໜາມກິລາໃນຮົ່ມໃຫ້ກັບ 3 ກົມຄື: ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກົມຄຸ້ມຄອງຄົນຕ່າງປະເທດ ແລະ ກົມຕຳຫຼວດທ່ອງທ່ຽວ. ທ່ານ ສຸກດາລາ ນໍລະແສງ, ປະທານ ກຸ່ມບໍລິສັດ ທະວີຊັບ, ໄດ້ມອບທຶນເປັນເງິນສົດມູນຄ່າ 200.000.000 ກີບ(ສອງຮ້ອຍລ້ານກີບ), ເຊິ່ງຕາງໜ້າເປັນປະທານຮັບມອບໂດຍ ທ່ານ ພັນເອກ ສາຍສະໝິງ ສີວິໄລ, ຫົວໜ້າກົມ ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ພ້ອມດ້ວຍຄະນະ. ໃນໂອກາດດັ່ງກ່າວ, ທ່ານປະທານ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ປະທານ ກຸ່ມບໍລິສັດ ທະວີຊັບ ພ້ອມດ້ວຍທີມງານ ທີ່ມີການປະກອບສ່ວນໃນການຊ່ວຍເຫຼືອກະຊວງປ້ອງກັນຄວາມສະຫງົບຕະຫຼອດມາ.