ຫໍພະເເກ້ວ

ຫໍພະ​ແກ້ວ ຕັ້ງຢູ່​ເຂດ ບ້ານ​ຊຽງຍືນ, ​ເມືອງຈັນທະ​ບູລີ, ກົງ​ກັນຂ້າມ​ກັບ ​ວັດ​ສີສະ​ເກດ ​ແລະ ​ໄກ້​ກັບ​ພະຣາຊະ​ວັງ​​ເກົ່າ (ຫໍຄຳ) ​ເຊິ່ງປະຈຸ​ບັນ​ເປັນ​ສຳນັກງານ​ປະທານ​ປະ​ເທດ. ສະ​ໄໝກ່ອນ ຫໍພຣະ​ແກ້ວ ຕັ້ງຢູ່​ພາຍ​ໃນ​ວັດ​ເກົ່າ​ແກ່​ໃນ​ເຂດ​ພຣະຣາຊະ​ວັງ ຖືກ​ສ້າງ​ຂຶ້ນ​ໂດຍ​ພະ​ເຈົ້າ​ໄຊ​ຍະ​ເຊ​ດຖາ​ທິລາຊ ​ໃນ​ລະຫວ່າງ​ປີ ຄສ 1565-1779 ​ເຊິ່ງ​ເປັນ​ບ່ອນ​ປະດິດສະຖານ​ຂອງ “ພຣະ​ແກ້ວ​ມໍຣະກົດ” ​ເຖິງ​ແມ່ນ​ວ່າ​ໃນ​ປະຈຸ​ບັນຈະ​ບໍ່​ມີ​ພະ​ແກ້ວ​ມໍຣະກົດ​ແລ້ວ​ ອັນ​ເນື່ອງ​ມາ​ຈາກ​ເຫດການ​ທາງປະຫວັດສາດ​ທີ່​ຜ່ານ​ມາ, ​ແຕ່​ຫໍພະ​ແກ້ວ​ກໍ​ຍັງ​ຄົງ​ເປັນ​ທີ​ສັກກະ​ລະ​ບູຊາ​ຂອງ​ຊາວ​ລາວ ຍ້ອນ​ເປັນ​ແຫ​ລ່ງຮວບ​ຮວມວັດຖຸ​ບູຮານ​ອັນ​ສຳຄັນ ​ແລະ ລ້ຳຄ່າ​ເປັນຕົ້ນ​ແມ່ນ ພະພຸດທະ​ຮູບ​ປາງ​ຕ່າງໆ ທີ່​ຫລໍ່​ຈາກ​ທອງ​​ແດງ, ສີ​ລາ​ຈາກ​ລຶກ ​ແລະ ອື່ນໆ​ເມື່ອ​ຍ່າງ​ເລາະ​ຊົມ​ບໍລິ​ເວນ​ພາຍ​ໃນ​ສະຖາປັດຕະຍະກຳ​ອັນ​ສວຍ​ງາມ​ນີ້ ທ່ານ​ຈະ​ຮູ້ສຶກ​ໄດ້​ເຖິງ​ຄວາມ​ສະຫງົບ​ຮົ່ມ​ເຢັນ​ທີ່​ແຕກ​ຕ່າງ​ຈາກ​ບ່ອນ​ອື່ນໆ. ຫໍພຣະ​ແກ້ວ​ເປີດ​ໃຫ້​ເຂົ້າທ່ຽວຊົມ​ທຸກ​ມື້ ​ເວລາ 8:00-17:00 ໂມງ.

Beautiful Architecture at Haw Phra Kaew Temple, Vientiane, Laos
Scroll to Top