ວັດສີເມືອງ

ວັດ​ສີ​ເມືອງ ​ເປັນ​ບ່ອນ​ຕັ້ງຂອງ​ເສົາ​ຫລັກ​ເມືອງ ຢູ່​ເຂດ​ບ້ານສີ​ເມືອງ, ​ເມືອງ ຈັນທະ​ບູລີ ​ເຊິ່ງມີ​ປະຫວັດ​ອັນ​ເກົ່າ​ແກ່ ​ທີ່​ເລົ່າ​ຂານ​ສືບ​ຕໍ່​ກັນ​ມາ​ວ່າ ​ໃນ​ສະ​​ໄໝກ່ອນ ຕອນ​ທີ່​ຊາວ​ເມືອງ​ພວມ​ເຮັດ​ພິທີ​ປັກ​ຫລັກ​ເມືອງ​ຢູ່​ນັ້ນ ມີ​ແມ່ຍິງ​ຄົນໜຶ່ງຊື່ວ່າ​ ນາງ ສີ ​ເຊິ່ງກຳລັງ​ຖືພາ​ໄດ້​ສະຫລະ​ຊີບ​ໂດດ​ລົງ​ໄປ​ໃນ​ຂຸມ​ນັ້ນ, ນາງ​ໄດ້​ຖືກ​ຝັງ​ໄປ​ພ້ອມ​ຫລັກ​ເມືອງ ​ແລະ ກາຍ​ເປັນ​ຜີ​ຫລັກ​ເມືອງ ຈຶ່ງ​ເປັນ​ທີ່ມາ​ຂອງ​ຊືວັດ​ສີ​ເມືອງ​ແຫ່ງ​ນີ້. ຍ້ອນ​ວ່າ​ວັດ​ສີ​ເມືອງ​ເປັນ​ສະຖານ​ທີ່​ສັກສິດ ​ຈຶ່ງ​ໄດ້​ກາຍ​ເປັນ​ທີ່​ເພິ່ງ​ທາງ​ໃຈ​ໃຫ້​ແກ່​ຊາວ​ລາວ ​ແລະ ​ເປັນ​ສະຖານ​ທີ່ ທີ່​ຊາວ​ຕ່າງ​ຊາດ​ໃຫ້​ຄວາມ​ສົນ​ໃຈ​ເຂົ້າມາ​ສຶກສາ ​ແລະ ທ່ຽວຊົມ​ເປັນ​ຈຳນວນ​ຫຼວງຫຼາຍ. ປັດຈຸບັນ, ປະຊາຊົນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ໄດ້​ພາກັນ​ເຂົ້າມາ​ສັກກະ​ລະ​ບູຊາ-ກາບ​ໄຫວ້​ວັດ​ສີ​ເມືອງ​ທຸກໆມື້ ​ໂດຍ​ສະ​ເພາະ​ວັນ​ອັງຄານ ​ແລະ ວັນ​ສິນ​ ຄົນ​ສ່ວນ​ໃຫຍ່​ ແມ່ນ​ມັກ​ມາ​ຂໍ​ພອນ, ເສຍ​ເຄາະ ບູຊາ​ໂຊກ, ມາ​ບະ-ມາ​ບົນ​ນຳ​ເຈົ້າ​​ແມ່​ສີ​ເມືອງ​ ໃນ​ສິ່ງ​ທີ່​ຕົນປາດ​ຖະໜາ ​ແລະ ​ເມື່ອ​ສົມ​ຫວັງ​​ແລ້ວ​ກໍ​ມາ​ແກ່​ບະ​ຢູ່​ທີ່ນີ້ ຕາມ​ຄວາມ​ເຊື່ອ​ຂອງ​​ແຕ່ລະຄົນ. ທຸກໆປີ​ໃນ​ມື້​ຂຶ້ນ 15 ຄ່ຳເດືອນ 12 ຂອງ​ລາວ​ ​ເຊິ່ງກົງ​ກັບ​ມື້ບຸນ​ນະມັດສະການ​ພະທາດ​ຫລວງ ຈະ​ມີ​ພິທີ​ແຫ່​ປະສານ​ເຜິ​ງ ​ເຊິ່ງ​ເລີມ​ຕົ້ນ​ແຮ່ຈາກ​ວັດ​ສີ​ເມືອງ​ແຫ່ງ​ນີ້​ໄປ​ຫາ ພຣະທາດຫລວງ​ວຽງຈັນ. ວັດ​ສີ​ເມືອງ​ເປີດ​ໃຫ້​ຄົນ​ເຂົ້າທ່ຽວຊົມ ​ແລະ ກາບ​ໄຫວ້​ບູຊາ​ທຸກມື້ ຕັ້ງ​ແຕ່ຕອນ​​ເຊົ້າມືດ​ຈົນ​ເຖິງ​ຄ່ຳ.

Scroll to Top