ພິທີເປີດເຄົາເຕີ້ຂາຍປະກັນໄພສຸຂະພາບແຮງງານ ສຳລັບຊາວຕ່າງຊາດ ແຫ່ງທຳອິດ ຂອງ ບໍລິສັດ ທະວີຊັບ ໂບຣກເກີ້ ປະກັນໄພ ຈຳກັດ ຜູ້ດຽວ

ພາບບັນຍາກາດພິທີເປີດເຄົາເຕີ້ຂາຍປະກັນໄພສຸຂະພາບແຮງງານ ສຳລັບຊາວຕ່າງຊາດ ແຫ່ງທຳອິດ ຂອງ ບໍລິສັດ ທະວີຊັບ ໂບຣກເກີ້ ປະກັນໄພ ຈຳກັດ ຜູ້ດຽວ, ທີ່ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ.

ພິທີໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 06 ທັນວາ 2022, ໂດຍການເປັນປະທານຂອງທ່ານ ນາງ ຫຍິງສະນາ ທອງຄຳສຸກ, ຜູ້ອຳນວຍການ ບໍລິສັດ ທະວີຊັບ ໂບຣກເກີ້ ປະກັນໄພ ຈຳກັດ ຜູ້ດຽວ ແລະ ທ່ານ ພັນເອກ ເພັດດາວົງ ແກ້ວປັນຍາ, ຮອງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ກະຊວງປ້ອງກັນຄວາມສະຫງົບ.

Scroll to Top