ພິທີເຊັນສັນຍາຮ່ວມມື ໂຄງການຕິດຕັ້ງປ້າຍໂຄສະນາແອລອີດີ ແລະ ປ້າຍບິວບອດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ກຸ່ມບໍລິສັດ ທະວີຊັບ

ໃນຕອນບ່າຍຂອງວັນທີ 09 ມັງກອນ 2023, ທີ່ສູນຝືກອົບຮົມ ກົມໃຫຍ່ການເມືອງ (ສະໜາມມ້າ), ໄດ້ມີການຈັດພິທີເຊັນສັນຍາຮ່ວມມື ໂຄງການຕິດຕັ້ງປ້າຍໂຄສະນາແອລອີດີ ແລະ ປ້າຍບິວບອດ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ກຸ່ມບໍລິສັດທະວີຊັບ, ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ພົຕ ວັນທອງ ກອງມະນີ, ກຳມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ແລະ ມີຄະນະນຳຈາກກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ແລະ ປົກຄອງນະຄອນຫຼວງວຽງຈັນ ຫຼາຍທ່ານເຂົ້າຮ່ວມ.

ໂຄງການດັ່ງກ່າວ, ເປັນໂຄງການທີ່ສ້າງຂຶ້ນ ເພື່ອຮັບໃຊ້ “ວາລະແຫ່ງຊາດ ວ່າດ້ວຍການຕ້ານຢາເສບຕິດ”, ເຊິ່ງຈະມີການຕິດຕັ້ງປ້າຍຫຼາຍຈຸດໃນທົ່ວປະເທດ ຕະຫຼອດແຕ່ເໜືອ ຮອດໃຕ້, ກະຊວງປ້ອງກັນຄວາມສະຫງົບຈຶ່ງໄດ້ຮ່ວມມືກັບເອກະຊົນ ເພື່ອໃຫ້ການໂຄສະນາ ວາລະດັ່ງກ່າວໄດ້ຮັບຜົນດີຍິ່ງຂຶ້ນ.

ໃນພິທີເຊັນສັນຍາຄັ້ງນີ້, ທາງກະຊວງປ້ອງກັນຄວາມສະຫງົບ ແມ່ນຕາງໜ້າໂດຍທ່ານ ພົຈວ ຄອນສະຫວັນ ສົມພາໄຊ, ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ແລະ ທາງກຸ່ມບໍລິສັດ ທະວີຊັບ, ຕາງໜ້າໂດຍ ທ່ານ ສຸກດາລາ ນໍລະແສງ, ປະທານ ກຸ່ມບໍລິສັດ ທະວີຊັບ.

ໃນໂອກາດດັ່ງກ່າວ, ທ່ານ ສຸກດາລາ ນໍລະແສງ, ປະທານ ກຸ່ມບໍລິສັດ ທະວີຊັບ, ໄດ້ຂຶ້ນກ່າວສະແດງຄວາມປິຕິຊົມຊື່ນ ທີ່ໄດ້ຮັບກຽດຈາກທາງຂັ້ນເທິງ ທີ່ອະນຸມັດໃຫ້ ກຸ່ມບໍລິສັດ ທະວີຊັບ ໄດ້ເຊັນສັນຍາຮ່ວມມືໃນຄັ້ງນີ້ ເພື່ອຮັບໃຊ້ວຽກງານຂອງພັກ-ຂອງລັດ ແລະ ໃຫ້ບໍລິການສັງຄົມ.

Scroll to Top