ພິທີມອບ-ຮັບ ທຶນຊ່ວຍເຫຼືອ ຕິດຕັ້ງລະບົບໂທລະໂຄ່ງ ໃຫ້ກັບ 12 ໝູ່ບ້ານ ໃນເຂດຈຸດສຸມ, ເມືອງສົບເບົ້າ, ແຂວງຫົວພັນ

ໃນຕອນເຊົ້າຂອງວັນທີ 07 ກຸມພາ 2023, ທີ່ກະຊວງປ້ອງກັນຄວາມສະຫງົບ, ໄດ້ມີການຈັດພິທີມອບ-ຮັບ ທຶນຊ່ວຍເຫຼືອ ຕິດຕັ້ງລະບົບໂທລະໂຄ່ງ ໃຫ້ກັບ 12 ໝູ່ບ້ານ ໃນເຂດຈຸດສຸມ, ເມືອງສົບເບົ້າ, ແຂວງຫົວພັນ, ເຊິ່ງໃຫ້ກຽດເປັນປະທານ ໂດຍ ທ່ານ ພົນຕີ ວັນທອງ ກອງມະນີ, ກຳມະການສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ.

ເພື່ອເປັນການຊຸກຍູ້ວຽກງານດັ່ງກ່າວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ຕາມທິດຊີ້ນຳ ຂອງການນຳພັກ-ລັດ ໃນການເຜີຍແຜ່ຂໍ້ມູນຂ່າວສານຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ ໃນແຕ່ລະໄລຍະໃຫ້ໄດ້ຮັບຜົນເປັນຈິງຢ່າງທົ່ວເຖິງ, ທັງ 3 ບໍລິສັດ ທຸລະກິດໃນລາວ ຈຶ່ງຮວມກັນປະກອບສ່ວນຊຸກຍູ້ໂຄງການເຊິ່ງປະກອບມີ :

1. ບໍລິສັດ ຊີເຄ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ, ມອບໂດຍ ປະທານບໍລິສັດ, ທ່ານ ວັນດີ ກວາ ລີວົງ; ມອບທຶນຊຸກຍູ້ ຈຳນວນ 73.400.000 ກີບ.

2. ກຸ່ມບໍລິສັດ ທະວີຊັບ ຈຳກັດ, ມອບໂດຍ ປະທານ, ທ່ານ ສຸກດາລາ ນຳລະແສງ; ມອບທຶນຊຸກຍູ້ ຈຳນວນ 73.400.000 ກີບ.

3. ບໍລິສັດ ເອບີ ກໍ່ສ້າງຂົວ-ທາງ ແລະ ສ້ອມແປງ ເຄຫາສະຖານ ຈຳກັດຜູ້ດຽວ, ມອບໂດຍ ປະທານບໍລິສັດ, ທ່ານ ເຈ້ນ ສ່ຽງ; ມອບທຶນຊຸກຍູ້ ຈຳນວນ 10.000.000 ກີບ.

ລວມມູນຄ່າທັງໝົດ 156.800.000 ກີບ.

Scroll to Top