ພິທີມອບ-ຮັບທຶນຊື້ອຸປະກອນສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ.

ໃນຕອນບ່າຍຂອງວັນທີ 6 ມີນາ 2023, ກຸ່ມບໍລິສັດທະວີຊັບ, ຮ່ວມກັບຜູ້ອຸປະຖຳ ຫຼາຍພາກສ່ວນ, ໄດ້ລົງສະໜາມຈັດພິທີມອບ-ຮັບທຶນຊື້ອຸປະກອນສ້ອມແປງໂຮງຮຽນປະຖົມສົມບູນຫາດຄຳຮຽງ ທີ່ ເມືອງເຊບັ້ງໄຟ, ແຂວງຄຳມ່ວນ.

ພີທີດັ່ງກ່າວ ໃຫ້ກຽດເຂົ້າເປັນປະທານໂດຍ ທ່ານ ວິໄລ ພົມມະຈັກ, ຮອງເລຂາພັກເມືອງເຊບັ້ງໄຟ ແລະ ຮັບໂດຍຜູ້ອຳນວຍການ ໂຮງຮຽນປະຖົມສົມບູນ ຫາດຄຳຮຽງ.

ເຊິ່ງໃນການຊ່ວຍເຫຼືອຄັ້ງນີ້, ປະທານ ກຸ່ມບໍລິສັດທະວີຊັບ, ທ່ານ ສຸກດາລາ ນໍລະແສງ ໄດ້ມອບທຶນເປັນເງິນສົດ ຈຳນວນ 22.730.000 ກີບ, ລວມກັບຜູ້ອຸປະຖຳຈາກພາກສ່ວນອື່ນອີກ 9 ພາກສ່ວນ, ລວມເປັນເງິນຈຳນວນ 38.245.000 ກີບ.

📌 ຝາກທ່ານຊ່ວຍກົດໄລກ໌ ກົດແຊຣ໌ໂພສນີ້ເພື່ອເປັນສ່ວນໜຶ່ງໃນການເຮັດກິດຈະກຳຊ່ວຍເຫຼືອສັງຄົມຄັ້ງຕໍ່ໄປກັບພວກເຮົາ.

Scroll to Top