ພິທີມອບຫຼຽນກາລະນຶກ 30 ປີ ແຫ່ງການສ້າງຕັ້ງອົງການໄອຍະການປະຊາຊົນ ໃຫ້ແກ່ກຸ່ມບໍລິສັດ ທະວິຊັບ

ໃນຕອນເຊົ້າຂອງວັນທີ 14 ທັນວາ 2022, ທີ່ອົງການໄອຍະການປະຊາຊົນສູງສຸດ ໄດ້ມີພິທີມອບຫຼຽນກາລະນຶກ 30 ປີ ແຫ່ງການສ້າງຕັ້ງອົງການໄອຍະການປະຊາຊົນ, ໃຫ້ແກ່ກຸ່ມບໍລິສັດ ທະວິຊັບ, ເຊິ່ງໃຫ້ກຽດເປັນປະທານມອບຫຼຽນໂດຍ ທ່ານ ຄຳເພັດ ສົມວໍລະຈິດ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຕາງໜ້າຄະນະພັກ – ຄະນະນຳ, ມີຫົວໜ້າຫ້ອງການ, ຮອງກົມ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ, ທ່ານປະທານ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ກຸ່ມບໍລິສັດ ທະວີຊັບ ແລະ ໄດ້ມອບໃບຍ້ອງຍໍ ພ້ອມຫຼຽນກາທີ່ລະນຶກ ໃຫ້ກັບ ທ່ານ ສຸກດາລາ ນໍລະແສງ, ປະທານກຸ່ມບໍລິສັດທະວີຊັບ ທີ່ມີຜົນງານປະກອບສ່ວນຕໍ່ການສະໜັບສະໜູນອົງການໄອຍະການປະຊາຊົນສູງສຸດຄັ້ງນີ້.

Scroll to Top