ພຣະທາດຫຼວງວຽງຈັນ

ພຣະທາດ​ຫຼວງວຽງ​ຈັນ ​ປະກາຍ​ສີ​ທອງຄຳ​ອັນ​ຮຸ່ງ​ເຮືອງ ຕັ້ງຢູ່​ຢ່າ​ງ​ໂດດ​ເດັ່ນ​ທີ່​ເຂດ​ບ້ານທາດຫຼວງ, ​ເມືອງ​ໄຊ​ເສດ​ຖາ,​ ເປັນ​ປູ​ຊະ​ນິຍະສະ​ຖານ​ບູຮານ​ອັນ​ເປັນ​ສັນຍາ​ລັກ​ຂອງ​ປະ​ເທດ​ລາວ, ​ເປັນ​ພຣະທາດ​ໂລກະ​ຈຸນ​ລະ​ມະນີ​ ທີ່​ບັນຈຸ​ພຣະ​ສາລິ​ກະທາດຂອງ​ພຣະພຸດທະ​ເຈົ້າ ​ແລະ ​ເປັນ​ສູນ​ລວມ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ​. ພຣະທາດຫຼວງ​ວຽງ​ຈັນ​ ຖືກ​ສ້າງ​ຂື້ນ​ເທື່ອ​ທຳ​ອິດ​ເມື່ອ​ປີ ພສ 236 ໂດຍ​ການ​ນຳພາ​ຂອງ​ເຈົ້າ​ເມືອງ​ວຽງ​ຈັນ ຈັນທະ​ບູລີ ປະສິດ​ທິສັກ ຫຼື ບຸລິ​ຈັນ ແລະ ຖືກ​ຕໍ່​ເຕີມ​ສ້າງ​ຕື່ມ​ອີກ​ໃນ​ປີ ຄສ 1556 ໂດຍ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາຊ ກະສັດ​ຜູ້​ສະຖາປະນາ​ວຽງ​ຈັນ​ ເປັນ​ນະຄອນຫຼວງ​ຂອງ​ອານາຈັກ​ລາວ​ລ້ານ​ຊ້າງ. ມາ​ຮອດ​ປີ​ຄສ 1957, ລັດຖະບານ​ລາວ ​ພາຍ​ໃຕ້​ພະ​ບໍລົມ​ມະ​ຊູ​ປະຖຳຂອງ​​ ເຈົ້າ​ສີສະ​ຫວ່າງ​ວົງ ກໍ່​ໄດ້​ນຳພາ​ປະຊາຊົນ​ປັ້ນ ພະ​ບໍລົມ​ມະ​ຮູບຂອງ​ ເຈົ້າ​ໄຊ​ຍະ​ເສດ​ຖາ​ທິຣາຊ ປະດິດສະຖານ​ໄວ້ ​ຢູ່ໜ້າ​ທາງ​ເຂົ້າ​ພະທາດ​ດ້ານ​ຕາ​ເວັນ​ຕົກ ​ເພື່ອ​ເປັນ​ອະນຸສາວະລີ​ທີ່​ພະ​ອົງ​ໄດ້​ສ້າ​ງພະທາດ​ຫຼວງ​ ຂື້ນມາ​ເປັນ​ທີ່​ສັກກະ​ລະ​ບູຊາ​ຈົນ​ຮອດ​ປະຈຸ​ບັນ. ພຣະທາດຫຼວງ​ສູງ 45 ແມັດມີ​ໃບ​ສິມ​ມາ​ອອ້ມ 228 ໃບ, ມີ ບໍລິວານ (ທາດ​ນ້ອຍ) ອ້ອມຮອບ 30 ອົງ​ເອີ້ນວ່າ​ປະລະມິ​ສານ​ສິບ​ທັດ, ຕີນພຣະ​ທາດ​​ແຕ່​ດ້ານ​ຕາ​ເວັນ​ອອກ​ ຫາ​ດ້ານ​ຕາ​ເວັນ​ຕົກ​ຍາວ 69 ແມັດ, ​ແຕ່​ດ້ານ​ເໜືອ​ຫາ​​ໃຕ້​ຍາວ 68 ແມັດ ແລະ ​ມີ​ກົມ​ມະ​ລຽນ​ດ້ານ​ນອກ​ອອ້ມພຣະທາດຫຼວງ​ ແຕ່​ລະ​ດ້ານ​ຍາວ 91,75 ແມັດ. ໃນ​ວັນ​ເພັງ​ເດືອນສິບ​ສອງ​ຂອງ​ທຸກໆ​ປີ (​ໄລຍະ​ເດືອນ ຕຸລາ ​- ເດືອນ​ພະຈິກ) ​ປະ​ຊົນ​ລາວ​ຈາກ​ທຸກ​ສາລະ​ທິດ ຈະ​ພາກັນ​ເດີນທາງ​ມາສະ​ເຫຼີ​ມສະຫຼອງ​ບຸນ​ນະມັດສະກາ​ນພຣະທາດຫຼວງ ​ເຊິ່ງ​ເປັນ​ບຸນມະ​ໂຫລານ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ລາວ ​ຖືກ​ຈັດ​ຂື້ນ​ເປັນ​ເວລາ 7 ມື້ 7 ຄືນ ​ພ້ອມ​ການສະ​ແດງ​ມະ​ໂຫລີ, ສິລະ​ປະ-ວັນນະຄະດີ ແລະ ງານ​ວາງສະ​ແດງ​ສິນ​ຄ້າ​ ຈາກ​ຫຼາກ​ຫຼາຍ​ຫ້າງ​ຮ້ານ. ບຸນ​ພະທາດ​ຫຼວງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະທຳ ​ແລະ ຮີດຄອງ​ປະ​ເພນີ ​ອັນ​ດີງາ​ມຂອງ​ຊາວ​ພຸດ​ ກໍ່​ຄື​ຊາວ​ລາວ​ທັງ​ຊາດ ​ໂດຍ​ມີ​ພິທີ​ສຳຄັນ​ທາງ​ສາດສະໜາ​ເຊັ່ນ: ພິທີ​ແຫ່​ຜາສາດ​ເຜີ້ງ, ວຽນທຽນ​ ​ແລະ ຕັກບາດ​ຖວາຍ​ທານ ​ເຊິ່ງມີ​ພະສົງ​ຈາກ​ທົ່ວ​ທຸກ​ແຂວງ​ໃນ​ປະ​ເທດ​ລາວ​ ເດີນທາງ​ມາ​ຮ່ວມ ​ແລະ ພາຍຫລັງ​ພິທີ​ຕັກບາດ ​ກໍ່​ມີ​ການ​ແຂ່ງຂັນ​ຕິ​ຄີ ເຊິ່ງ​ເປັນ​ກິລາ​ພື້ນ​ເມືອງ ທີ່​ຈັດ​ຂື້ນ​ໃນ​ທຸກໆ​ປີ​ໄລຍະ​ບຸນ​ດັ່ງກ່າວ.
ຕົກມາປີ 2016 -2017 ພັກ ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕົກລົງປະຕິສັງຂອນ ແລະ ຍົກຍອດຄຳຂຶ້ນສູ່ຈອມພະທາດຫລວງ ແລະ ພະທາດປາລະມີ 32 ທາດ ສຳເລັດ, ເຮັດໃຫ້ພະທາດຫລວງ ເບັງປາລາມີ ແລະ ຄວາມສວຍງາມຍິງຂຶ້ນ.

Scroll to Top