ປະຕູໄຊ

ປະຕູ​ໄຊ ຫລື ຊື່​​ເດີມ​ເອີ້ນ​ວ່າ “ອະນຸສາວະ​ລີ​ໄຊຊະນະ” ມັກ​ຖືກ​ປຽບທຽບ​ໂດຍ​ນັກ​ທ່ອງ​ທ່ຽວວ່າ​ເປັນ “ອາກ​ເດີ ທຣີອົມ” (ຢູ່​ນະຄອນ​ປາຣີ ປະ​ເທດ​ຟຣັ່ງ) ຂອງ​ລາວ​ເພາະວ່າ ​ມີ​ລັກສະນະ​ໂດດ​ເດັ່ນ​ຕັ້ງຢູ່​ໃຈກາງ​ນະຄອນຫລວງ​ວຽງຈັນ ບໍລິ​ເວນ​ຕອນ​ກາງຂອງ​ຖະໜົນລ້ານ​ຊ້າງ (ຄົນ​ສະ​ໄໝກ່ອນ​ມັກ​​ເອີ້ນ​ກັນ​ວ່າ​ ຊອງ ​ເອລິ​ເຊ້ ​ເປັນ​ຖະໜົນຢູ່​ໃນ​ປາຣີ​ເຊັ່ນ​ກັນ). ປະຕູ​ໄຊ​ຖືກ​ສ້າງ​ຂຶ້ນນັບ​ແຕ່​ປີ ຄສ 1957-1962 ​ເພື່ອ​ເປັນ​ອານຸສອນ​ໃຫ້​ແກ່​ການ​ປະ​ກາດ​ເອກະລາດ​ຂອງ ສປປ ລາວ ອອກ​ຈາກ​​ແອກ​ປົກຄອງ​ຂອງ​ລ່າ​ເມື​ອງຂຶ້ນຟຣັ່ງ ​ໂດຍ​ສ້າງ​ຕາມ​ສັດສ່ວນ​ເລກ​ຕຳລາ​ອັນ​ສຳຄັນ​ຂອງ​ຊາວ​ພຸດ ຄື: 3-7-9. ຮູບຊົງ​ດ້ານ​ເທິງ​ຂອງ​ປະຕູ​ໄຊ ​ແມ່ນ​ມີ​ລັກສະນະ​ຄ້າຍ​ຄື​ກັບ​ຜາສາດ ທັດ​ສ໌ມາ​ຮານ ທີ່​ຢູ່​ປະ​ເທດ​ອິນ​ເດຍ ​ແລະ ​ດ້ານ​ໃນ​ ຖືກ​ປະ​ດັບ​ປະດາ​ດ້ວຍ​ສິນ​ລະ​ປະ​ລວດລາຍອັນ​ເປັນ​ເອກະລັກ​ຂອງ​ລາວ ທີ່ມີ​ສີສັນ​ງົດ​ງາມ ລວມທັງ​ຮູບ​ປັ້ນນາງ​ກິນ​ນາລີ. ປະຕູ​ໄຊ​ມີ​ຄວາມ​ສູງ 49 ​ແມັດ ດັ່ງນັ້ນ ນັກ​ທ່ອງ​ທ່ຽວທີ່​ມາ​ທ່ຽວຊົມ​ຈຶ່ງ​ສາມາດ​ຂຶ້ນ​ໄປ​ສູ່​ສຸດ​ ເພື່ອ​ຊົມ​ທິວ​ທັດ​ອັນ​ສວຍ​ງາມ​ຂອງ​ຕົວ​ເມືອງ​ໃນ ນະຄອນຫລວງວຽງຈັນ. ຢູ່​ບໍລິ​ເວນ​ດ້ານ​ລຸ່ມ ​ກໍ​ເປັນ​ເດີນ​ກວ້າງ ​ປະກອບ​ໄປ​ດ້ວຍ​ອ່າງ​ນ້ຳພຸ, ດອກ​ໄຟ​ສີ ​ແລະ ດອກ​ໄມ້​ຫລາຍ​ສະ​ນິດ-​ຫລາຍ​ແນວ​ພັນ ທີ່​ສົ່ງ​ກິ່ນ​ອັນ​ຫອມ​ຫວນ ແລະ ສີສັນ​ສົດ​ໃສ​ຕະການ​ຕາ. ດ້ອຍ​​ເຫດ​ນີ້ ປະຕູ​ໄຊ ຈຶ່ງ​ເປັນ​ອີກ​ສະຖານ​ທີ່ທ່ອງ​ທ່ຽວໜຶ່ງ ທີ່​ລື​ຊື່​ໃນ​ນະຄອນຫລວງ​ວຽງຈັນ ກໍ​ຄື​ໃນ​ປະ​ເທດ​ລາວ​ເຮົາ​ ​ເຊິ່ງສາມາດ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງ​ຫລາຍ​ໃຫ້​ເຂົ້າມາ​ທ່ຽວຊົມ ແລະ ຖ່າຍຮູບ​ເກັບ​ພາບ​ໄວ້​ເປັນ​ທີ່​ລະ​ນຶກ​ ເພື່ອ​ສະ​ແດງ​ໃຫ້​ຮູ້​ວ່າ​ໄດ້​​ເດີນທາງ​ມາ​ຮອດ ນະຄອນຫລວງ​ວຽງຈັນ​ແລ້ວ. (ທ່ານ​ສາມາດ​ຂຶ້ນ​ໄປ​ຊົມ​ດ້ານ​​ເທິງ​ຂອງ​ປະຕູ​ໄຊ​ໄດ້​ທຸກ​ມື້​ເວລາ 8:00 – 16:00​ ​ໂມງ).

Scroll to Top